ພິທີ ມອບເຄື່ອງຊ່ວຍເຫຼືືອໃຫ້ຄອບຄົວທຸກຍາກ ທີ່ ເມືອງ ທ່າພະບາດ

 

ໃນວັນທີ 25 ກຸມພາ 2021 ຢູ່ທີ່ ຫ້ອງການ ແຮງງານ ແລະ ສະຫວັດດີການ – ສັງຄົມ ເມືອງທ່າພະບາດ ໄດ້ມີ ພິທີ ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທຸກຍາກຈຳນວນ 25 ບ້ານຂອງເມືອງທ່າພະບາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ ມີ​ການ​ນຳ​ຂອງ​ເມືອງ, ນາຍບ້ານ, ພະນັກງານ ແລະ ປະ​ຊາ​ຊົນ​ເຂົ້າ​ຮ່ວມ.

ເຄື່ອງທີ່ໄດ້ນຳມາມອບໃນຄັ້ງນີ້ມີຄື: ເຄື່ອງນຸ່ງຫົ່ມ, ເກີບ ແລະ ເກືອ ໂດຍເຄື່ອງດັ່ງກ່າວໄດ້ຮັບມາຈາກ ພະແນກ ແຮງງານ ແລະ ສະຫວັດດີການ – ສັງຄົມ ແຂວງ ບໍລິຄຳໄຊ ແລະ ໄດ້ມອບໜາຍໃຫ້ ຫ້ອງການ ແຮງງານ ສະຫວັດດີການ – ສັງຄົມ ເມືອງ ທ່າພະບາດນຳໄປແຈກຢາຍ ໃຫ້ແກ່ປະ​ຊາ​ຊົນບ້ານຈຳນວນ 25 ບ້ານ ເພື່ອແຈກຢາຍຕໍ່ໃຫ້ຄອບຄົວທີຍັງທຸກຍາກ, ຂາດເຂີນ ຢູ່ໃນບ້ານຂອງຕົນ ແລະ ໃຫ້ກຽດມອບໂດຍ ທ່ານເຈົ້າເມືອງ ທ່າພະບາດ ແລະ ຕາງໜ້າຮັບໂດຍ ທ່ານ ນາຍບ້ານ ທັງ 25 ບ້ານ.

About admin11