ພິທີເປີດ ອຸທິຍານແຫ່ງຊາດພູເຂົາຄວາຍ

​ໃນຕອນເຊົ້າວັນທີ 24 ມິຖຸນາ 2022 ຢູ່ເດີjນຫ້ອງວ່າການປົກຄອງ ເມືອງທ່າພະບາດ ແຂວງບໍລິຄຳໄຊ, ກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເປີດອຸທິຍານແຫ່ງຊາດພູເຂົາຄວາຍຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ເພັດ ພົມພິທັກ ກຳມະການສູນກາງພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ​ມີບັນດາແຂກຖືກເຊີນຈາກບັນດາກົມກະຊວງທີ່ກ່ຽວຂ້ອງ ຕະຫລອດຮອດບັນດາການນໍາຂອງແຂວງ ທີ່ມີເຂດເຊື່ອມຕໍ່ ອຸທະຍານແຫ່ງຊາດ ພູເຂົ້າຄວາຍ 4 ແຂວງ: ແຂວງວຽງຈັນ,  ໄຊສົມບູນ,  ວຽງຈັນ, ບໍລິຄຳໄຊ ແລະ ນະຄອນຫລວງ  ເຂົ້າຮ່ວມ.

​ທ່ານ ເພັດ ພົມພິທັກ ກ່າວວ່າ ອຸທິຍານແຫ່ງຊາດພູເຂົາຄວາຍ ມີພື້ນທີ່ກ້ວາງໃຫຍ່ໄພສານ ແລະ ອຸດົມສົມບູນຢູ່ອ້ອມຮອບ ແລະ ໃກ້ນະຄອນຫຼວງຂອງປະເທດ, ເປັນເຂດທີ່ອຸດົມສົມບູນໄປດ້ວຍພັນສັດ, ພັນພືດ ແລະ ເຄື່ອງປ່າຂອງດົງມາຕັ້ງແຕ່ດຶກດຳບັນ, ມີຮ່ອງຮອຍປະຫວັດສາດ ແລະ ວັດທະນະທໍາ ທີ່ມີຄວາມສໍາຄັນທາງດ້ານການທ່ອງທ່ຽວ, ການສຶກສາຄົ້ນຄວ້າວິທະຍາສາດ.

ຍ້ອນເຫດຜົນທີ່ກ່າວມານັ້ນ, ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ຮ່ວມກັບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້ານຳສະເໜີລັດຖະບານ ພິຈາລະນາອອກດຳລັດ ວ່າດ້ວຍການສ້າງຕັ້ງອຸທິຍານແຫ່ງຊາດພູເຂົາຄວາຍ ໃນທ້າຍປີ 2021 ຕາມດຳລັດ 733/ນຍ, ມີເນື້ອທີ່ທັງໝົດປະມານ 191,900 ຮຕ, ກວມເອົາ ເນື້ອທີ່ສ່ວນໜຶ່ງຂອງ 8 ເມືອງ ໃນ 3 ແຂວງ ແລະ ນະຄອນຫຼວງວຽງຈັນ, ຖືເປັນ 1 ໃນ 6 ແຫ່ງຂອງອຸທິຍານແຫ່ງຊາດ ໃນ ສປປ ລາວ ທີ່ມີບົດບາດສຳຄັນທາງດ້ານລະບົບນິເວດວິທະຍາ, ສິ່ງແວດລ້ອມ ແລະ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຂອງບັນດາແຂວງ.

ດ້ວຍເຫດຜົນ ແລະ ເປົ້າໝາຍທັງໝົດ ເຫຼົ່ານັ້ນ, ທ່ານ ເພັດ ພົມພິທັກ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ຕ້ອງໄດ້ເພີ່ມທະວີ ແລະ ມີຄວາມເປັນເອກະພາບສູງ ໃນບັນດາແຂວງທີ່ມີເນື້ອທີ່ຕິດຈອດ, ຕ້ອງໄດ້ເອົາໃຈໃສ່ຮ່ວມກັນ ໃນການປະສານງານ ກັບທຸກພາກສ່ວນ ນັບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປົກປັກຮັກສາປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ປະກອບສ່ວນ ເຂົ້າໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ແລະ ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ ຖືເປັນນິມິດໝາຍສຳຄັນທີ່ສຸດຂອງພວກເຮົາ ທີ່ຈະໄດ້ພ້ອມກັນ ສືບຕໍ່ຜັນຂະຫຍາຍ ເນື້ອໃນຈິດໃຈ ດໍາລັດຂອງນາຍົກລັດຖະມົນຕີສະບັບເລກທີ 733/ນຍ, ລົງວັນທີ 30 ທັນວາ 2021 ວ່າດ້ວຍການ ສ້າງຕັ້ງອຸທິຍານແຫ່ງຊາດພູເຂົາຄວາຍ ເພື່ອເຮັດໃຫ້ເຂດອຸທິຍານແຫ່ງນີ້ ມີການຄຸ້ມຄອງ ປົກປັກຮັກສາທີ່ເປັນລະບົບ, ມີຄວາມເຂັ້ມແຂງ ທາງດ້ານການຈັດຕັ້ງ ແລະ ໄດ້ຮັບການຮ່ວມມືທີ່ດີຈາກຊຸມຊົນທ້ອງຖິ່ນຢ່າງກ້ວາງຂວາງ.

 ໃນພິທີ ຄະນະປະທານ ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມ ໄດ້ພ້ອມກັນຮ່ວມຕັດແຖບຜ້າ ເປີດປ້າຍ ພ້ອມທັງລັ່ນຄ້ອງ 9 ບາດ ເພຶ່ອເປັນສັນຍາລັກ ໃຫ້ແກ່ການເປີດອຸທິຍານແຫ່ງຊາດພູເຂົາຄວາຍຂຶ້ນຢ່າງເປັນທາງການ, ຫຼັງຈາກນັ້ນ ທ່ານ ປະທານ ພ້ອມດ້ວຍຄະນະ ໄດ້ຮ່ວມປູກຕົ້ນໄມ້ຢູ່ເດີ່ນແຫ່ງດັງກ່າວ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ພ້ອມທັງເລາະຊົມງານວາງສະແດງສິນຄ້າຜະລິດຕະພັນໂອດ໋ອບທີນໍາມາວາງສະແດງພາຍໃນງານ.

 

About admin11