ເປີດສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ທີ່ບ້ານພຽງດີ ແລະ ບ້ານສົບຄີ

ໃນລະຫວ່າງວັນທີ 1-2 ກັນຍາ 2022 ຢູ່ທີ່ຫ້ອງການບ້ານພຽງດີ ແລະ ບ້ານສົບຄີ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີຂື້ນ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກພັກ-ພະນັກງານ ແລະ ທ່ານ ພັທ ຄຳສາວ ອຸດົມໄຊ ຮອງກອງບັນຊາການ ປກສ ເມືອງ, ມີເລຂາພັກບ້ານ, ນາຍບ້ານພຽງດີ, ບ້ານສົບຄີ ແລະ ພໍ່ແມ່ປະຊາຊົນທັງສອງບ້ານເຂົ້າຮ່ວມ.

ເພື່ອສະກັດກັ້ນຕ້ານປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນສັງຄົມ, ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ເປັນວຽກງານຍຸດທະສາດໜຶ່ງທີ່ສຳຄັນ ແລະ ຈຳເປັນຮິບດ່ວນຂອງພັກ ແລະ ລັດຖະບານ ໃນການສ້າງຄວາມເຂັ້ມແຂງໃຫ້ແຕ່ລະຄອບຄົວ, ບ້ານໃຫ້ຄວາມສະຫງົບ ຮັບປະກັນໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢູ່ຂັ້ນທ້ອງຖິ່ນ ຮາກຖານຢ່າງເປັນລະບົບຕໍ່ເນື້ອງແນ່ໃສ່ສະກັດກັ້ນ, ຕ້ານປະກົດການຕ່າງໆໃຫ້ລຸດໜ້ອຍຖ່ອຍລົງເທື້ອລະກ້າວ, ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນສໍາເລັດນັບທັງປະລິມານ ແລະ ຄຸນນະພາບ, ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້້ອຄອບຄົວ ແລະ ບ້ານປ້ອງກັນຄວາມສະຫົງບດີໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

About admins16