ພິທີເປີດຝຶກອົບຮົມການເມືອງ-ການທະຫານໃຫ້ກໍາລັງກອງຫຼອນ ກຸ່ມບ້ານທອງມີໄຊ

     ຕອນເຊົ້າຂອງວັນທີ 23 ກຸມພາ 2022 ຢູ່ຫ້ອງການບ້ານ ນາເພີນ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຝຶກອົບຮົມການເມືອງ-ການທະຫານໃຫ້ກໍາລັງກອງຫຼອນ ກຸ່ມບ້ານທອງມີໄຊ ໂດຍເປັນກຽດເຂົ້າຮ່ວມເປີດຂອງທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ-ພະນັກງານ ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີທ່ານຫົວໜ້າກອງບັນຊາການທະຫານເມືອງ, ຄະນະຮັບຜິດຊອບ, ນາຍບ້ານ, ກໍາລັງກອງຫຼອນຈາກ 4 ບ້ານຄື: ບ້ານໂຮມຈະເລີນ, ບ້ານທອງມີໄຊ, ບ້ານ ສີວິໄລ, ບ້ານນາເພີນ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ພາຍຫຼັງເປີດພິທີຢ່າງເປັນທາງການແລ້ວກອງຫຼອນຢູ່ກຸ່ມທອງມີໄຊທີ່ເຂົ້າຮ່ວມຝືກອົບຮົມຈະໄດ້ພ້ອມກັນເຊື່ອມຊືມບັນດາເອກະສານທີ່ສຳຄັນຄື: ເອກະສານມູນເຊື້ອຂອງກອງທັບ, ເອກະສານທີ່ຕັ້ງ ພາລະບົດບາດຂອງກອງຫຼອນ,​ ເອກະສານຕ້ານການຫັນປ່ຽນໂດຍສັນຕິຂອງສັດຕູ, ບົດຮຽນຄຸນຄ່າສະມັດຕະພາບການປະກອບສ້າງ ແລະ ການປົກປັກຮັກສາອາວຸດ AK,​ CKC, ບົດຮຽນ 7 ຈັງຫວະພື້ນຖານບຸກຄົນ, ຈຸ​ໝູ່ປ້ອງກັນເວນຍາມບ້ານ, ​ໝວດປ້ອງກັນເວນຍາມບ້ານ ແລະ ເຄື່ອນໄຫວຊອກຄົ້ນຕີສັດຕູ,​ ຮຽນເລັງປືນ ບົດເປີດສາກພ້ອມທັງປະຕິບັດຍີງລູກແທ້. ຈຸດປະສົງການຝືກອົບຮົມກໍ່ເພື່ອສ້າງໃຫ້ກອງຫຼອນມີຄວາມເຂົ້າໃຈຕໍ່ບົດຮຽນ ແລະ ກໍ່ເປັນການສ້າງຄວາມເຂັ້ມແຂງ ໃນໜ້າທີ່ຄວາມຮັບຜິດຊອບທີ່ຖືກມອບໝາຍແລ້ວພ້ອມກັນເຮັດໜ້າທີ່ຢ່າງມີຜົນສຳເລັດເຮັດໃຫ້ບ້ານມີຄວາມສະຫງົບສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ.​ ບັ້ນຝືກອົບຮົມຄັ້ງນີ້ຈະດຳເນີນໄປເປັນເວລາ 7 ວັນຈື່ງຈື່ງສຳເລັດ.​

About admin11