ພິທີເປີດຊຸດອົບຮົມ – ຫັດແອບ ວຽກງານເຕັກນິກປະຈໍາປີ 2022

ໃນວັນທີ່ 20 ທັນວາ 2022 ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມ – ຫັດແອບ ວຽກງານເຕັກນິກ ປະຈໍາປີ 2022 ໂດຍການເຂົ້າຮ່ວມຂອງທ່ານ ພັນເອກ ຄໍາແດງ ແພງພົງພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ບໍລິຄຳໄຊ.

ກອງປະຊຸມ ໄດ້ຜ່ານແຜນການອົບຮົມ-ຫັດແອບປະຈໍາປີ 2022 ເຊີ່ງໃນແຜນການແມ່ນຈະໄດ້ອົບຮົມກ່ຽວກັບວຽກງານເຕັກນິກ, ວຽກງານຄຸ້ມຄອງ, ບົວລະບັດສ້ອມແປງ ແລະ ປົກປັກຮັກສານໍາໃຊ້ລົດ, ວຽກງານຄຸ້ມຄອງອາວຸດກະສຸນ ແລະ ວຽກງານເຕັກນິກເຫຼົ່າຮົບ, ຈຸດປະສົງ ເພຶ່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານບັນຊາ, ຄຸ້ມຄອງ, ນໍາໃຊ້, ບົວລະບັດປົກປັກຮັກສາພາຫະນະ ແລະ ອາວຸດຍຸດໂທປະກອນເຕັກນິກທີ່ມີໃນກົມກອງໃຫ້ມີຄວາມສໍານິສໍານານສາມາດຮັບປະກັນໄດ້ໃນການປະຕິບັດໜ້າທີ່ວິຊາສະເພາະທີ່ກ່ຽວຂ້ອງນໍາເອົາກົມກອງກ້າວໜ້າຂື້ນໄປເລື້ອຍໆ, ສໍາລັບການອົບຮົມແມ່ນຈະໄດ້ດໍາເນີນເປັນເວລາ 29 ວັນຈື່ງຈະສໍາເລັດ.

About admins16