ພິທີເປີດຊອງປະມູນວົງແຄບ ໂຄງການກໍ່ສ້າງລະບົບນ້ຳລີນ ບ້ານນາແຈງ


ໃນວັນທີ 04 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນສອງຫ້ອງວ່າການເມືອງໄຊຈຳພອນ ໄດ້ຈັດພິທີເປີດຊອງປະມູນວົງແຄບ ໂຄງການກໍ່ສ້າງລະບົບນ້ຳລີນ ບ້ານນາແຈງ ເມືອງໄຊຈໍາພອນ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ, ມີຕາງໜ້າພະແນກສາທາລະນະສຸກແຂວງ, ຕາງໜ້າໂຄງການລາວ 030 ແຜນງານພັດທະນາທ້ອງຖິ່ນສຳລັບແຂວງບໍລິຄຳໄຊ, ຄະນະກຳມະການຂັ້ນເມືອງ, ບັນດາບໍລິສັດ ແລະ ພາກສ່ວນຫ້ອງການກ່ຽວຂ້ອງ ເຂົ້າຮ່ວມ.


ທ່ານ ນາງ ຄູນ ວິໄລໄຊຍະຈັກ ຫົວໜ້າຫ້ອງການສາທາລະນະສຸກເມືອງ ລາຍງານຄວາມເປັນມາວຽກງານນ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມ ແມ່ນໜຶ່ງໃນຍຸດທະຍາດຂອງລັດຖະບານ ທີ່ສຸມໃສ່ ເພື່ອເປັນການປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂື້ນເປັນກ້າວໆ.

ບ້ານນາແຈງ ມີປະຊາກອນທັງໝົດ 641 ຄົນ, ຍິງ 324 ຄົນ, ປະຈຸບັນ ນຳໃຊ້ນ້ຳສ້າງ ເຮັດໃຫ້ບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການ, ອຳນາດການປົກຄອງບ້ານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທຸກຂັ້ນ ໄດ້ຮ່ວມກັນຄົ້ນຄວ້າບັນຫາ ແລະ ສະເໜີແຜນການກໍ່ສ້າງລະບົບນ້ຳລີນໃຫ້ແກ່ບ້ານດັ່ງກ່າວ, ໂດຍເປັນໂຄງການລາວ 030 ແຜນງານພັດທະນາທ້ອງຖີ່ນສຳລັບແຂວງບໍລິຄຳໄຊ (ທືນສະໜັບສະໜູນໂດຍ ລັດຖະບານແຫ່ງຮາຊະອາຈັກລູກຊໍາບວກ).

ເຂົ້າຮ່ວມປະມູນມີ 03 ບໍລິສັດ, ຜົນການປະມູນ ແມ່ນຄະນະກຳມະການຍັງກວດກາເອກະສານໃບທະບຽນວິສາຫະກິດ, ໃບອະນຸຍາດດຳເນີນທຸລະກິດ ແລະ ເອກະສານຕ່າງໆ ກ່ອນແຈ້ງຜົນລະອຽດ.

About admin11