ພິທີເປີດຂະບວນການແຂ່ງຂັນ 4 ບຸກ ຊາວໜຸ່ມຮາກຖານດ່ານຊາຍແດນສາກົນນ້ຳພາວ

ຊາວໜຸ່ມຮາກຖານດ່ານຊາຍແດນສາກົນນ້ຳພາວ ໄດ້ເປີດຂະບວນການແຂ່ງຂັນ 4 ບຸກຂຶ້ນ ໃນວັນທີ 24 ມິຖຸນາ 2022 ຢູ່ຫ້ອງປະຊຸມດ່ານຊາຍແດນສາກົນນ້ຳພາວ, ເຂົ້າຮ່ວມ ໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ , ສະຫາຍ ພັທ ພັນ ແກ້ວມະນີ ຄະນະພັກຮາກຖານດ່ານຊາຍແດນສາກົນນ້ຳພາວ ແລະ ສະຫາຍ ຮອ ທິນນະກອນ ພົມມະຈັນ ເລຂາຊາວໜຸ່ມຮາກຖານດ່ານຊາຍແດນສາກົນນ້ຳພາວ, ມີຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດແນະນຳການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 4 ບຸກຂອງ ຄຊປປລ ແຂວງ ສະບັບເລກທີ 248 /ຄຊໜ, ລົງວັນທີ 04 ເມສາ 2022 ພ້ອມທັງອະທິບາຍວຽກງານຂະບວນການດັ່ງກ່າວ ເພື່ອນຳໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ດີຂື້ນເລື້ອຍໆ, ຈາກນັ້ນ ກໍ່ໄດ້ຮັບຟັງການຜ່ານແຜນການຈັດຕັ້ງປະຕິບັດຂະບວນການ 04 ບຸກ ພ້ອມທັງສະມາຊິກຊາວໜຸ່ມ ໄດ້ສະເໜີ, ປະກອບຄໍາເຫັນໃສ່ຮ່າງແຜນການເຄື່ອນໄຫວວຽກງານຊາວໜຸ່ມຮາກຖານ ແລະ ຮັບເອົາແຜນການໃນປີຕໍ່ໜ້າ ແລ້ວກໍ່ໄດ້ຜ່ານບົດເປີດຂະບວນການ 4 ບຸກ ຂອງຄະນະຊາວໜຸ່ມຮາກຖານ ພ້ອມທັງຈັບມືຮັບຮອງຢ່າງເປັນທາງການ.

 

ຊາວໜຸ່ມຮາກຖານ ດ່ານຊາຍແດນສາກົນນ້ຳພາວ ໄດ້ສ້າງຂຶ້ນໃນຕົ້ນປີ 2022 ປະກອບມີ 3 ໜ່ວຍຂຶ້ນກັບຄື: ໜ່ວຍຊາວໜຸ່ມຮາກຖານ ຕມ, ໜ່ວຍຊາວໜຸ່ມຮາກຖານ ພາສີ ແລະ ໜ່ວຍຊາວໜຸ່ມບໍລິຫານ, ມີສະມາຊິກທັງໝົດ 51 ສະຫາຍ, ຍິງ 13 ສະຫາຍ.

 

About admins14