ພິທີເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ບ້ານນາອ້ອຍໜູ

ຕອນເຊົ້າ ວັນທີ 01 ກັນຍາ 2022 ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ເປີດການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານ ນາອ້ອຍໜູ ເມືອງປາກຊັນ ແຂວງບໍລິຄໍາໄຊ ຢູ່ທີ່ອາຣາມວັດຂອງບ້ານ ໂດຍການເປັນປະທານຂອງ ທ່ານ ມະນີວົງ ຈັນທະວົງສາ ປະທານແນວລາວສ້າງຊາດ ເມືອງ, ມີທ່ານ ພັນໂທ ລາຕີ ພິລາວົງ ຫົວໜ້າກອງບັນຊາການ ປກສ ເມືອງ, ຫົວໜ້າ ປກສ ກຸ່ມ ບົວແວງຄໍາ ພ້ອມດ້ວຍຄະນະ, ມີອໍານາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ໃນພິທີ ທ່ານ ຄໍາແສນ ດວງປະເສີດ ນາຍບ້ານນາອ້ອຍໜູ ໄດ້ຂື້ນຜ່ານບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານ, ຍົກໃຫ້ເຫັນສະພາບລວມ, ຈຸດພິເສດພາຍໃນບ້ານ, ການປະກອບອາຊີບ ແລະ ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ, ບ້ານນາອ້ອຍໜູ ມີເນື້ອທີ່ທັງໝົດ 1.600 ເຮັກຕ່າ, ປະຊາຊົນພາຍໃນບ້ານຖືສາສະໜາ ພຸດ, ມີຈໍານວນ 174 ຄອບຄົວ, ມີຈໍານວນພົນ 1.055 ຄົນ, ຍິງ 578 ຄົນ, ອໍານາດການປົກຄອງ ໄດ້ຊຸກຍູ້ສົ່ງເສິມໃຫ້ພໍ່ແມ່ປະຊາຊົນ ໄດ້ອອກແຮງທໍາການຜະລິດເພື່ອສ້າງເສດຖະກິດຄອບ ຕາມແນວທາງເພີ່ງຕົນເອງ ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຊາຊົນສ່ວນຫຼາຍ ຢຶດຖືອາຊີບ ປູກຝັງ, ລ້ຽງສັດ ແລະ ເປັນພະນັກງານລັດຈໍານວນໜຶ່ງ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນດີຂື້ນເທື່ອລະກ້າວ ລາຍຮັບສະເລ່ຍ 13.000.000 ກີບ/ຄົນຕໍ່ປີ.

ຈາກນັ້ນ ບັນດາຄະນະຮັບຜິດຊອບ ໄດ້ພັດປ່ຽນກັນຂື້ນຜ່ານແຜນວຽກ, ແຜນຄົນ, ແຜນງົບປະມານ, ມາດຖານ, ເງື່ອນໄຂ, ຫຼັກການ ແລະ ຂັ້ນຕອນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ເປັນວຽກງານຍຸດທະສາດທີ່ສໍາຄັນ ແລະ ຈໍາເປັນຮີບດ່ວນຂອງພັກ – ລັດ ໃນການສ້າງຄວາມເຂັ້ມແຂງ ໃຫ້ແຕ່ລະຄອບຄົວ ແລະ ໃຫ້ບ້ານມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບປະກັນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຢູ່ຂັ້ນທ້ອງຖີ່ນຮາກຖານໃຫ້ເປັນລະບົບຕໍ່ເນື່ອງ, ແນ່ໃສ່ສະກັດກັ້ນຕ້ານ ແລະ ແກ້ໄຂປະກົດການຫຍໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຕ້ອງຖືກຕ້ອງ, ສ່ອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ວຽກງານດັ່ງກ່າວ ເປັນໜ້າທີ່ຂອງປວງຊົນລາວທັງຊາດ, ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຕ້ອງເລີ່ມຕົ້ນຈາກບຸກຄົນ, ຄອບຄົວ ແລະ ບ້ານ, ແຕ່ລະຄອບຄົວຕ້ອງ ຮັບຮູ້, ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມສາມັກຄີພາຍໃນ ແລະ ພາຍນອກ, ມີຄວາມຮັກຊາດ, ຮັກລະບອບໃໝ່, ບໍ່ລະເມີດກົດໝາຍ, ລະບຽບຕ່າງໆຂອງບ້ານ, ບໍ່ເອື້ອອໍານວຍໃຫ້ຄົນບໍ່ດີມາລີ້ຊ້ອນໃນຄອບຄົວ ແລະ ພາຍໃນບ້ານ, ທຸກຄອບຄົວຕ້ອງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃຈວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້, ເອົາໃຈໃສ່ສືກສາອົບຮົມລູກຫຼານ, ສ້າງຄວາມສາມັກຄີຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ພາຍໃນບ້ານ, ຕ້ອງແມ່ນຄອບຄົວທີ່ໄດ້ຂື້ນທະບຽບສໍາມະໂນຄົວຖືກຕ້ອງຕາມລະບຽບກົດໝາຍ, ສໍາລັບບ້ານ ແລະ ຄອບຄົວໃດທີ່ຜ່ານຕາມມາດຖານເງື່ອນໄຂດັ່ງກ່າວ ກໍ່ຈະໄດ້ຮັບໃບຢັ້ງຢືນຮັບຮອງເປັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ.

ສໍາລັບຄອບຄົວທີ່ບໍ່ຄົບຕາມມາດຖານ, ເງື່ອນໄຂ ແມ່ນມອບໃຫ້ອໍານາດການປົກຄອງບ້ານ, ປກສ ບ້ານ ສືບຕໍ່ສືກສາອົບຮົມ ໃຫ້ເຂົາເຈົ້າປະກອບອາຊີບ, ທໍາມາຫາກິນຖືກຕ້ອງຕາມລະບຽບກົດໝາຍ ແລ້ວກວດກາ, ຕີລາຄາ, ປະເມີນຄືນ, ຫາກຄອບຄົວໃດ ມີການປ່ຽນແປງ, ຄົບຕາມມາດຖານ, ເງື່ອນໄຂ ກໍ່ສະເໜີຂັ້ນເທິງອອກໃບອະນຸມັດເປັນຄອບຄົວປ້ອງກັນຄວາມສະຫງົບດີໃຫ້.

About admins16