ພິທີເຊັນສັນຍາໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ມູນຄ່າ 1,5 ຕື້ກີບ


ໃນຕອນເຊົ້າຂອງວັນທີ 13 ພະຈິກ 2020 ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ 2 ຫລັງ ແລະ ສ້ອມແປງ 1 ຫລັງ ຄື: ໂຮງຮຽນປະຖົມບ້ານວັງກໍ່, ໂຮງຮຽນປະຖົມບ້ານໂພນງານ ແລະ ໂຮງຮຽນປະຖົມບ້ານນາກະດົກ ໂດຍການເຂົ້າຮ່ວມຂອງທ່ານ ໂພເພັດ ກຸນນາວົງ ຮອງຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ.


ໃນພິທີ ທ່ານ ຄໍາປັນ ໄຊຍະວົງ ຫົວຫນ້າຫ້ອງການແຜນການ ແລະ ການລົງທຶນເມືອງ ໄດ້ຂຶ້ນຜ່ານໜັງສືແຈ້ງຕອບຂອງພະແນກແຜນການ ແລະ ການລົງທຶນແຂວງບໍລິຄໍາໄຊ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການຮັບຮອງເອົາບໍລິສັດຮັບເໝົາກໍ່ສ້າງ ມາກໍ່ສ້າງ 3 ໂຄງການຢູ່ເມືອງຄໍາເກີດ ເຊິ່ງມີ: ບໍລິສັດ ສົມໄຊ ພັດທະນາກໍ່ສ້າງຈໍາກັດ, ບໍລິສັດ ແກ້ວເມືອງເໜືອກໍ່ສ້າງ-ສ້ອມແປງເຄຫາສະຖານຈໍາກັດ ແລະ ບໍລິສັດ ສຸຂະວົງ ກໍ່ສ້າງຈໍາກັດ ລວມມູນຄ່າການກໍ່ສ້າງທັງໝົດ 1 ຕື້ 500 ກວ່າລ້ານກີບ. ຈານນັ້ນ ເຈົ້າຂອງບໍລິສັດທັງ 3 ກໍ່ໄດ້ຮ່ວມເຊັນສັນຍາກັບ ຫ້ອງການແຜນການ ແລະ ການລົງທຶນເມືອງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ.

About admin11