ພິທີເຊັນສັນຍາຮ່ວມມືສ້າງຕັ້ງ ບໍລິສັດ ວິສາຫະກິດຮັກສາຄວາມປອດໄພ ( PKF ລາວ )ຈໍາກັດຜູ້ດຽວ ສາຂາ ແຂວງ ບໍລິຄໍາໄຊ

     ໃນຕອນເຊົ້າ ວັນທີ 05 ພະຈິກ 2021 ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງ ແລະ ບໍລິສັດ ວິສາຫະກິດຮັກສາຄວາມປອດໄພ ( PKF ລາວ ) ຈໍາກັດຜູ້ດຽວ ໄດ້ເຊັນສັນຍາຮ່ວມມືກັນ ສ້າງຕັ້ງວິສາຫະກິດຮັກສາຄວາມປອດໄພ, ຝ່າຍ ປກສ ແຂວງ ເຊັນໂດຍທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ຝ່າຍບໍລິສັດ ເຊັນໂດຍ ທ່ານ ຫັດສະດີ ດວງບຸບຜາ ປະທານບໍລິສັດ ວິສາຫະກິດຮັກສາຄວາມປອດໄພ ( PKF ລາວ ) ຈໍາກັດຜູ້ດຽວ, ມີ ຄະນະຮັບ ຜິດຊອບ, ພາກສ່ວນກ່ຽວຂ້ອງ ແລະ ພະນັກງານທັງ ສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

     ໃນພິທີ, ທັງສອງຝ່າຍໄດ້ຕົກລົງກັນດໍາເນີນການສ້າງຕັ້ງກິດຈະການ ບໍລິສັດ ບໍລິການຮັກສາຄວາມປອດໄພຮ່ວມກັນ ໂດຍໃສ່ຊື່ ບໍລິສັດ ພີພີເອັຟ ຮັກສາຄວາມປອດໄພ ຈໍາກັດ ໂດຍແມ່ນບໍລິສັດ ລົງທຶນ 90% ໃນມູນຄ່າ 1 ຕື້ກີບ ແລະ ຝ່າຍ ປກສ ແຂວງ ລົງທຶນ 10% ມູນຄ່າ 100 ລ້ານກີບ.

      ພາຍຫຼັງທັງສອງຝ່າຍເຊັນບົດບັນທຶກຮ່ວມກັນແລ້ວ ໂອກາດດັ່ງກ່າວ ທ່ານ ຫັດສະດີ ດວງບຸບຜາ ໄດ້ມອບຜ້າອັດປາກ ຈໍານວນ 01 ແກັດ ແລະ ເຄື່ອງວັດແທກອຸນຫະພູມ ຈໍານວນ 02 ຊຸດ ລວມມູນຄ່າ 2.150.000 ກີບ ໃຫ້ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ເພື່ອເອົາໄປໝູນໃຊ້ເຂົ້າໃນການປ້ອງກັນສະກັດກັ້ນເຊື້ອພະຍາດໂຄວິດ-19, ໂອກາດດຽວກັນ ທ່ານຫົວໜ້າກອງບັນຊາການ ປກສ ແຂວງ ກໍ່ໄດ້ມອບໃບຊົມເຊີຍໃຫ້ແກ່ບໍລິສັດ ຮັກສາຄວາມປອດໄພ ( PKF ລາວ  )ຈໍາກັດຜູ້ດຽວ.

 

 

 

About admin11