ພິທີເຊັນສັນຍາຮ່ວມມືສ້າງຕັ້ງ ບໍລິສັດ ເຄບີເຮັດສ ( KBH) ບໍລິການຄວາມປອດໄພ ສາຂາ ແຂວງບໍລິຄໍາໄຊ

ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ແລະ ບໍລິສັດ ເຄບີເຮັດສ ( KBH) ບໍລິການຄວາມປອດໄພ ໄດ້ເຊັນສັນຍາຮ່ວມມືກັນສ້າງຕັ້ງ ບໍລິສັດ ບໍລິການຮັກສາຄວາມປອດໄພ ແຂວງບໍລິຄໍາໄຊ ຈໍາກັດ ໂດຍໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 01 ກໍລະກົດ 2022 ຢູ່ຫ້ອງປະຊຸມເບີ 03 ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ລົງນາມເຊັນບົດບັນທຶກຮ່ວມມືໂດຍທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ທ່ານ ນາງ ຈັນຫອມ ຫອມສົມບັດ ອໍານວຍການບໍລິສັດ ເຄບີເຮັດສ ( KBH) ບໍລິການຄວາມປອດໄພ, ມີຄະນະຮັບຜິດຊອບ, ພາກສ່ວນກ່ຽວຂ້ອງ ແລະ ພະນັກງານທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ໃນພິທີ ທັງສອງຝ່າຍໄດ້ຕົກລົງກັນດໍາເນີນການສ້າງຕັ້ງ ບໍລິສັດບໍລິການຮັກສາຄວາມປອດໄພຮ່ວມກັນ ໂດຍໃສ່ຊື່ວ່າ: “ບໍລິສັດ ເຄບີເຮັດສ ( KBH) ບໍລິການຄວາມປອດໄພ ແຂວງບໍລິຄໍາໄຊ ຈໍາກັດ’’ ສຳນັກງານຕັ້ງຢູ່ ບ້ານມີໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍແມ່ນບໍລິສັດ ໄດ້ລົງທຶນເອງ 100% ໃນມູນຄ່າ 6 ຕື້ກີບ, ສ້າງຕັ້ງບົນພື້ນຖານລະບຽບກົດໝາຍ ແລະ ແນວທາງນະໂຍບາຍຂອງພັກ-ລັດ ຕໍ່ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ,ໂດຍໝູນໃຊ້ທ່າແຮງບົ່ມຊ້ອນພາຍໃນກໍາລັງໃຫ້ເກີດຜົນປະໂຫຍດສູງສຸດ ແລະ ດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ, ຖືກຕາມດໍາລັດຂອງລັດຖະບານ ສະບັບເລກທີ 138/ລບ,ລົງວັນທີ 02 ມີນາ 2020 ວ່າດ້ວຍວິສາຫະກິດຮັກສາຄວາມປອດໄພ.

ຈຸດປະສົງ ແມ່ນເພື່ອເຊັນສັນຍາສ້າງຕັ້ງບໍລິສັດ KBH ບໍລິການຄວາມປອດໄພ ແຂວງບໍລິຄຳໄຊ ຈຳກັດ ແລະ ຕົກລົງບັນຫາຕ່າງໆຕາມທີ່ໄດ້ບົ່ງໄວ້ຕາມມາດຕາ 95 ຂອງກົດໝາຍວ່າດ້ວຍວິສາຫະກິດ, ເຊິ່ງໄດ້ເປັນເອກະພາບກັນ ດັ່ງນີ້: ຮັບຮູ້, ຮັບຮອງເອົາສັນຍາສ້າງຕັ້ງບໍລິສັດ KBH ບໍລິການຄວາມປອດໄພ ແຂວງບໍລິຄຳໄຊ ຈຳກັດ ລວມມີ 14 ມາດຕາ, ຮັບຮູ້ຫຸ້ນຂອງບໍລິສັດທັງໝົດ 6 ຕື້ກີບ, ຮັບຮອງເອົາຜົນຂອງການແບ່ງປັນຂອງບໍລິສັດມອບໃຫ້ກອງບັນຊາການ 20% ຂອງກໍາໄລສຸດທິ, ໜີ້ສິນຂອງບໍລິສັດເຄບີເຮັດສ ( KBH)ບໍລິການຄວາມປອດໄພ ແຂວງ ບໍລິຄໍາໄຊ ຈໍາກັດ, ກອງບັນຊາການ ແຂວງບໍລິຄໍາໄຊ ຈະບໍ່ມີຄວາມຮັບຜິດຊອບຂອງໜີ້ສິນທັງໝົດ, ກອງບັນຊາການ ປກສ ແຂວງ ຈະບໍ່ໄດ້ລົງທຶນຮ່ວມບໍລິສັດ ມີແຕ່ເປັນທີ່ປຶກສາອຳນວຍຄວາມສະດວກວຽກງານຮັກສາຄວາມປອດໄພ.

ພາຍຫຼັງໄດ້ຮັບທະບຽນວິສາຫະກິດຄົບຖ້ວນທີ່ສາມາດດໍາເນີນກິດຈະການໄດ້ຕາມກົດໝາຍ, ການດໍາເນີນທຸລະກິດຂອງບໍລິສັດ ນອກຈາກມີຄວາມຮັບຜິດຊອບໂດຍກົງຮອບດ້ານຕໍ່ການບໍລິຫານວຽກ, ເປັນຕົ້ນ ການເສຍພັນທະອາກອນຕົວເລກທຸລະກິດ, ພັນທະສ່ວນຮ່ວມຕໍ່ສັງຄົມ, ພັນທະປະກອບຕໍ່ການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ແຂວງ ບໍລິຄໍາໄຊ ຕາມເງື່ອນໄຂທີ່ເຫັນສົມຄວນ, ເບີກຈ່າຍ ອຸດໜູນ, ເງີນເດືອນ – ການເບີ່ງແຍງພະນັກງານ – ກໍາມະກອນ ແລະ ເຄດິດຂອງການບໍລິຫານວຽກທີ່ມີກັບສະຖາບັນການເງີນ ຫຼື ບຸກຄົນທີ່ສາມ, ສໍາລັບຝ່າຍ ປກສ ແຂວງ ແມ່ນມີສ່ວນຮ່ວມປະກອບສ່ວນໃນນາມເປັນຄູ່ຮ່ວມໃນການຄຸ້ມຄອງ, ສະໜອງທີ່ປືກສາດ້ານວິຊາສະເພາະ ແລະ ອໍານວຍຄວາມສະດວກດ້ານຕ່າງໆທີ່ກ່ຽວຂ້ອງ.

About admins16