ພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

 ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2022​ ທີ່ກອງບັນຊາການທະຫານ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ກັບຄືນປະເທດ, ໂດຍມີທ່ານ ເພັດສະໃໝ ໄຊຍະທິຈັກ ເລຂາພັກເມືອງ ເຈົ້າເມືອງຄໍາເກີດ ພ້ອມດ້ວຍຄະນະ, ມີການນໍາແຂວງບໍລິຄໍາໄຊ ແລະ ການນໍາແຂວງຮ່າຕິ່ງ ສສ ຫວຽດນາມ ພ້ອມດ້ວຍພະນັກງານທຸກຂົງເຂດ, ປກຊ – ປກສ, ສະມາຄົມຕ່າງໆ, ອໍານາດການປົກຄອງບ້ານ ຕະຫຼອດຮອດພະນັກງານຄູ – ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

 ການຈັດສົ່ງອັດຖິໃນຄັ້ງນີ້ ແມ່ນໄດ້ເຄື່ອນຂະບວນລົດ ມາແຕ່ກອງບັນຊາການທະຫານ ແຂວງ ລົງມາຕາມທາງເລກ   8A ເຊິ່ງຈະມີການຈັດຕັ້ງບ້ານ, ປະຊາຊົນ, ນັກຮຽນ ໃນບັນດາບ້ານທີ່ຢູ່ລຽບທາງເລກ 8A ອອກມາຢືນຕ້ອນຮັບຂະບວນລົດນໍາສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ຜ່ານແຕ່ລະບ້ານແມ່ນໄດ້ເອົາທຸງຊາດລາວ ແລະ ທຸງຊາດຫວຽດນາມຂຶ້ນປະດັບໃນຂອບເຂດຮັບຜິດຊອບຂອງຕົນເພື່ອຄວາມເປັນລະບຽບ ແລະ ສວຍງາມ ຈົນຮອດກອງບັນຊາການທະຫານເມືອງຄໍາເກີດ.

 ຈາກນັ້ນ ຄະນະນໍາຂອງເມືອງ ນໍາພາໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ໄດ້ຂຶ້ນວາງພວງມາລາໃຫ້ແກ່ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ເພື່ອລະນຶກເຖິງບຸນຄຸນ ຄວາມງາມຄວາມດີ ທີ່ທະຫານອາສາສະໝັກ ໄດ້ເສຍສະຫຼະຊີວິດຊ່ວຍເຫຼືອ ແລະ ຕໍ່ສູ້ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວບັນດາເຜົ່າໃນປາງສົງຄາມ.

About admin11