ພິທີສະເຫລີມສະຫລອງວັນໂພຊະນາການແຫ່ງຊາດ ແລະ ວັນສັບປະດາສາກົນການສົ່ງເສີມລ້ຽງລູກດ້ວຍນົມແມ່

ໃນຕອນເຊົ້າຂອງວັນທີ 30 ສິງຫາ 2021 ທີ່ຫ້ອງການບ້ານໃຫຍ່ຫນອງປ໋ອງ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີສະເຫລີມສະຫລອງວັນໂພຊະນາການແຫ່ງຊາດ ແລະ ວັນສັບປະດາສາກົນການສົ່ງເສີມລ້ຽງລູກດ້ວຍນົມແມ່ ພາຍໃຕ້ການເປັນປະທານຂອງ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ.

ທ່ານ ດຣ ອໍາພອນ ພົມມະສານ ໄດ້ສະເໜີປະຫວັດຄວາມເປັນມາຂອງວຽກງານໂພຊະນາການຂອງ ສປປ ລາວ ທ່ານໃຫ້ຮູ້ວ່າ: ໂພຊະນາການ ແມ່ນມີຄວາມໝາຍກວ້າງຂວາງເຊິ່ງກວມເອົາຫຼາຍຂະບວນການນັບແຕ່ຂັ້ນຕອນຜະລິດອາຫານ, ການແຈກຢາຍ, ການແປຮູບ ຈົນເຖິງຜູ້ບໍລິໂພກ ເຊິ່ງ ໃນ ສປປ ລາວ ສະພາບການຂາດອາຫານເຮັດໃຫ້ມີການສູນເສຍທາງດ້ານເສດຖະກິດ ຄາດຄະເນປະມານ 197 ລ້ານໂດລາສະຫະລັດຕໍ່ປີ ຫລື ປະມານ 2,4% ຂອງຍອດລວມຜະລິດຕະພັນພາຍໃນ, ການສູນເສຍນີ້ ແມ່ນເນື່ອງຈາກການຂາດສານອາຫານ ທີ່ເກີດຂຶ້ນໃນຊ່ວງໄລຍະ 1.000 ວັນທໍາອິດຂອງຊີວິດ ເຊິ່ງນັບຢູ່ໃນທ້ອງແມ່ຮອດ 2 ປີ.

ຈາກນັ້ນ ທ່ານ ດຣ ບັງອອນ ໄພມະນີ ຮອງພະແນກອະນາໄມສົ່ງເສີມສຸຂະພາບ ພະແນກສາທາລະນະສຸກແຂວງບໍລິຄໍາໄຊ ໄດ້ສະເໜີຄຸນປະໂຫຍດຂອງການສົ່ງເສີມລ້ຽງລູກດ້ວຍນົມແມ່ ແລະ ອາຫານ 6 ໝູ່ ທີ່ຈໍາເປັນໃນຊີວິດປະຈໍາວັນຂອງຄົນເຮົາ ພ້ອມນັ້ນ ກໍ່ໄດ້ຖາມ-ຕອບ ກ່ຽວກັບວັນໂພຊະນາການແຫ່ງຊາດ ແລະ ວັນສັບປະດາສາກົນການສົ່ງເສີມລ້ຽງລູກດ້ວຍນົມແມ່ ເພື່ອໃຫ້ປະຊາຊົນທີ່ເຂົ້າຮ່ວມຮູ້ ແລະ ເຂົ້າໃຈວຽກງານດັ່ງກ່າວໃຫ້ຫຼາຍຂຶ້ນ.

About admin11