ພິທີມອບ – ຮັບ ໂຮງງານປຸງແຕ່ງກະສິກໍາ ແລະ ປ່າໄມ້ຂັ້ນຕົ້ນ ເມືອງທ່າພະບາດ

ພິທີເຊັນບົດບັນທຶກ ມອບ – ຮັບ ຄວາມຮັບຜິດຊອບການສົ່ງເສີມພັດທະນາ ແລະ ຄຸ້ມຄອງວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ຂັ້ນຕົ້ນ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2022 ຢູ່ຫ້ອງປະຊຸມວ່າການເມືອງທ່າພະບາດຫຼັງເກົ່າ, ເປັນປະທານໂດຍ ທ່ານ ກອນ ຫຼວງພິທັກ ຮອງເຈົ້າເມືອງທ່າພະບາດ, ທ່ານ ໂພສອນ ທະລາພອນ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ທ່ານ ສົມຫວັງ ແກ້ວວົງວິຈິດ ຮອງພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີການນໍາຂອງເມືອງ, ຫ້ອງການ, ພະນັກງານທັງສອງຫ້ອງການ ຕະຫຼອດຮອດຜູ້ປະກອບການໂຮງງານປຸງແຕ່ງກະສິກຳ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານໜັງສືແຈ້ງການການຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ສະບັບເລກທີ 1942/ພອຄ.ຂບຊ, ລົງວັນທີ 21 ຕຸລາ 2022 ກ່ຽວກັບການຈັດຕັ້ງປະຕິບັດວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ຂັ້ນຕົ້ນ ເປັນຜູ້ຮັບຜິດຊອບຕໍ່ ເຊິ່ງທັງໝົດມີ 11 ລາຍການກິດຈະການໂຮງງານ ຄື: ໂຮງງານແປ້ງມັນຕົ້ນ ແລະ ສາລີ, ໂຮງງານປຸ່ງແຕ່ງໄມ້ – ໂຮງເລື່ອຍໄມ້ – ໂຮງຊອຍ – ໂຮງເຟີນີເຈີ, ໂຮງງານປຸງແຕ່ງຢາງພາລາ ແລະ ເຄື່ອງປ່າຂອງດົງ, ໂຮງງານຜະລິດປຸຍຊີວະພາບ ແລະ ອົງຄະທາດ, ໂຮງສີເຂົ້າ, ໂຮງຂ້າສັດ, ໂຮງງານປຸງແຕ່ງອ້ອຍ, ໂຮງງານຜະລິດຫົວອາຫານສັດ, ໂຮງງານຜະລິດວັກຊິນ – ຢາປາບສັດຕູພືດ – ຢາປົວສັດ – ເຄື່ອງມືສັດຕະວະແພດ, ໂຮງງານຂັດແຍກເມັດພັນ ແລະ ຫຸ້ມຫໍ່ຜົນຜະລິດກະສິກຳ, ໂຮງງານຜະລິດເຄື່ອງມືກົນຈັກກະສິກຳ.

ຫຼັງຈາກນັ້ນ ໄດ້ຜ່ານບົດບັນທຶກການ ມອບ – ຮັບ ລະຫວ່າງສອງຫ້ອງການ ໂດຍທ່ານ ນາງ ບຸດດີ ພຸດທະທຳມະວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ທ່ານ ສົມສະໜິດ ປະເສີດສິດ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງທ່າພະບາດ ຮ່ວມກັນລົງລາຍເຊັນ ໂດຍພາຍໃຕ້ການເປັນສັກຂີພະຍານຂອງ ທ່ານປະທານ ແລະ ຜູ້ເຂົ້າຮ່ວມ.

ໃນຕອນທ້າຍພິທີ ທ່ານປະທານຍັງໄດ້ກັນໂອ້ລົມຊີ້ນໍາຕໍ່ກັບສອງຫ້ອງການລະຫວ່າງຫ້ອງການຜູ້ມອບ ແລະ ຫ້ອງການຜູ້ຮັບ ໃຫ້ເຂົ້າໃຈກະຈ່າງແຈ້ງໃນການນຳວຽກງານດັ່ງກ່າວ ໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບວຽກງານຕົວຈິງໃຫ້ໄດ້ຮັບຜົນດີ.

About admins14