ພິທີມອບໃບກຽດຕິຄຸນໃຫ້  ສະມາຄົມພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມຄຸນນະທໍາ ຮ່ວມກັບບໍລິສັດປຸງແຕ່ງຢາພື້ນເມືອງລາວຫວ້ານລືສີຄຸນຊັບ.

        ຕອນບ່າຍ ວັນທີ 28 ມັງກອນ 2022 ນີ້. ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໄດ້ຈັດພິທິ ມອບໃບກຽດຕິຄຸນໃຫ້ ສະມາຄົມພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມຄຸນນະທໍາ ຮ່ວມກັບບໍລິສັດປຸງແຕ່ງຢາພື້ນເມືອງລາວຫວ້ານລືສີຄຸນຊັບ. ບ້ານໂນນສະຫວ່າງ ເມືອງວຽງຄຳ ແຂວງວຽງຈັນ ທີ່ໄດ້ມອບຜະລິດຕະພັນສຳເລັດຮູບ ລາຊາບີ ຈໍານວນ 200 ຊຸດ ລວມມູນຄ່າ 30.000.000 ກີບ ຢູ່ທີ່ຫ້ອງປະຊຸມນ້ອຍກອງບັນຊາການ ປກສ ແຂວງ ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ພັນໂທ ເຄນວອນ ລໍວັນໄຊ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ຕາງໜ້າມອບໃບກຽດຕິຄຸນໂດຍ ທ່ານ ພັນໂທ ສົມຄິດ ໄຊສົງຄາມ ຄະນະພັກກອງບັນຊາການ ຫົວໜ້າຫ້ອງພະລາທິການ , ກ່າວຮັບໂດຍ ທ່ານ ກອງແລ ປັນຍານຸວົງ ຕາງໜ້າໃຫ້ສະມາຄົມພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມຄຸນນະທໍາ ຮ່ວມກັບບໍລິສັດປຸງແຕ່ງຢາພື້ນເມືອງລາວຫວ້ານລືສີຄຸນຊັບ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

       ເພື່ອເປັນການຕອບບຸນແທນຄຸນ ແລະ ສະແດງຄໍາຂອບໃຈມາຍັງສະມາຄົມພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມຄຸນນະທໍາ ຮ່ວມກັບບໍລິສັດປຸງແຕ່ງຢາພື້ນເມືອງລາວຫວ້ານລືສີຄຸນຊັບ. ທີ່ໄດ້ນໍາເອົາຢາລາຊາບີ ຈໍານວນ 200 ຊຸດ ມາມອບໃຫ້ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ເພື່ອເປັນການ ປະກອບສ່ວນເຂົ້າໃນການປ້ອງກັນ ແລະ ປີ່ນປົວ ພະນັກງານ-ນັກຮົບ ຕະຫຼອດຮອດນັກໂທດ, ຕ້ອງຫາ ທີ່ຕິດເຊຶ້ອພະຍາດໂຄວິດ-19.  ດັ່ງນັ້ນກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຈື່ງໄດ້ຈັດພິທິ ມອບໃບກຽດຕິຄຸນໃຫ້ ສະມາຄົມພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມຄຸນນະທໍາ ຮ່ວມກັບບໍລິສັດປຸງແຕ່ງຢາພື້ນເມືອງລາວຫວ້ານລືສີຄຸນຊັບ.

 

About admin11