ພິທີມອບເຮືອນ ໃຫ້ຄອບຄົວອະນາຖາ ເມືອງປາກກະດິງ

ພິທີມອບເຮືອນ ໃຫ້ຄອບຄົວອະນາຖາ ນາງ ເຄນພອນ ມະນີວັນ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2022 ຢູ່ບ້ານໂພນຈະເລີນ ເມືອງປາກກະດິງ ໂດຍການເປັນປະທານຂອງ ສະຫາຍ ຄໍາປາດຖະໜາ ສີສຸລາດ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ບຸນຄົບ ຈັນທະວົງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານແນວຄິດ ມີຄະນະບໍລິຫານງານຊາວໜຸ່ມເມືອງ, ສະມາຊິກສະພາປະຊາຊົນແຂວງ, ປະທານສະພາການຄ້າແຂວງ, ນັກທຸລະກິດໜຸ່ມ ແລະ ອົງການຈັດຕັ້ງອ້ອມຂ້າງເມືອງ ພ້ອມອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ເຮືອນຫລັງດັ່ງກ່າວ ມີຂະໜາດ 5×7,50 ແມັດ ເລີ່ມກໍ່ສ້າງມາແຕ່ເດືອນມີນາ 2021 ລວມມູນຄ່າການກໍ່ສ້າງທັງໜົດ 27.097.000 ກີບ, ໂດຍເງິນ ແລະ ອຸປະກອນທັງໝົດ ແມ່ນໄດ້ຮັບການຊ່ວຍເຫຼືອຈາກທຸກພາກສ່ວນຂອງສັງຄົມ.

ໂອກາດທີ່ມີຄວາມໝາຍນີ້ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ມອບອຸປະກອນປ້ອງກັນໂຄວິດ -19 ປະກອບມີ ເຄື່ອງວັດອຸນຫະພູມ, ຜ້າອັດປາກ, ເຈວລ້າງມື ລວມມູນຄ່າ 2.260.000 ກີບ ໃຫ້ໜ່ວຍສະເພາະກິດເມືອງປາກກະດິງ ກ່າວມອບໂດຍ ສະຫາຍ ທອງມະນີ ໂຄດປັນຍາ ແລະ ກ່າວຮັບໂດຍ ສະຫາຍ ບຸນຄົບ ຈັນທະວົງ ແລະ ຍັງມີຫລາຍພາກສ່ວນມອບເຄື່ອງອຸປະໂພກ, ບໍລິໂພກ ໃຫ້ຄອບຄົວດັ່ງກ່າວ.

About admins14