ພິທີມອບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ຄະນະບໍລິຫານງານຊາວໜຸ່ມເມືອງຄໍາເກີດ

ພິທີມອບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ຄະນະບໍລິຫານງານຊາວໜຸ່ມເມືອງຄໍາເກີດ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2022 ທີ່ຫ້ອງປະຊຸມບໍລິສັດພັດທະນາຊົນນະບົດໃໝ່ ເປັນປະທານໂດຍ ທ່ານ ນາງ ໂສພີ ພີມມະຍົດ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ເຂົ້າຮ່ວມໂດຍທ່ານ ທອງມະນີ ໂຄດປັນຍາ ເລຂາຊາວໜຸ່ມແຂວງບໍລິຄຳໄຊ ແລະ ທ່ານ ຄຳໝັ້ນ ໄຊຍະວົງ ຄະນະປະຈຳພັກເມືອງຄຳເກີດ, ມີບັນດາຄະນະບໍລິຫານງານຊາວໜຸ່ມເມືອງ, ຊາວໜຸ່ມຮາກຖານ, ຊາວໜຸ່ມໂຮງຮຽນ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມ.

ພິທີ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຊາວຫນຸ່ມ ປະຊາຊົນປະຕິວັດລາວ ເຫັນວ່າຜ່ານມາຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ຢ່າງຕັ້ງໜ່າ ເຮັດໃຫ້ຊາວຫນຸ່ມມີນໍ້າໃຈຮັກຊາດ, ໄດ້ລະດົມຊາວໜຸ່ມ, ນັກທຸລະກິດໜຸ່ມ, ຫ້າງຮ້ານ ເປັນຈໍານວນເງິນ 60 ລ້ານກ່ວາກີບ ຊ່ວຍເຫຼືອ ແລະ ສ້ອມແປງເຮືອນໃຫ້ຄອບຄົວອາວຸໂສບໍານານ, ມອບເຄື່ອງໃຫ້ຄອບຄົວທຸກຍາກ, ກວດພະຍາດໂດຍບໍ່ເສຍຄ່າໃຊ້ຈ່າຍໃຫ້ປະຊາຊົນ 4 ບ້ານ, ໄດ້ຮັບການຍ້ອງຍໍຂັ້ນສູນກາງ 518 ສະຫາຍ, ຊົມເຊີຍຂັ້ນສູນກາງ 241 ສະຫາຍ, ໄດ້ຮັບການຍ້ອງຍໍຂັ້ນແຂວງ 500 ສະຫາຍ, ໄດ້ຮັບໃບຊົມເຊີຍຂັ້ນແຂວງ 122 ສະຫາຍ, ໄດ້ຮັບການຍ້ອງຍໍຂັ້ນເມືອງ 43 ສະຫາຍ, ໄດ້ຮັບການຊົມເຊີຍຂັ້ນເມືອງ 23 ສະຫາຍ, ໃບຂອບໃຈຂັ້ນເມືອງ 33 ສະຫາຍ, ນອກນັ້ນ ສະມາຊິກຊາວໜຸ່ມ ຍັງເປັນເຈົ້າການໃນການຈັດຕັ້ງປະຕິບັດລະບຽບ, ກົດຫມາຍຂອງ ຄຊປປລ, ມີຄວາມຫ້າວຫັນ, ເປັນເຈົ້າການນໍາໜ້າເປັນກໍາລັງແຮງ ໃນການຈັດຕັ້ງຊ່ວຍເຫຼືອສັງຄົມ, ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເຂົ້າຮ່ວມທຸກຂະບວນການຂອງຊາດ ແລະ ເສຍເງິນບໍລຸງ, ຕອບບຸນແທນຄຸນ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ທຸກດ້ານຢັ້ງຢືນໄດ້ 93,83 %.

ຈາກນັ້ນ ພິທີໄດ້ຜ່ານຂໍ້ຕົກລົງສະບັບເລກທີ 820/ຄຊໜ, ລົງວັນທີ 24 ພະຈິກ 2022 ວ່າດ້ວຍການມອບທຸງໄຊນໍາໜ້າ 4 ບຸກໃຫ້ຮາກຖານ ແລະ ໜ່ວຍຊາວໜຸ່ມພາຍໃນເມືອງຄຳເກີດປະຈຳປີ 2021 ມີຈໍານວນ 87 ພາກສ່ວນ ມອບໂດຍສະຫາຍ ຄໍາໝັ້ນ ໄຊຍະວົງ ແລະ ຜ່ານຂໍ້ຕົກລົງສະບັບເລກທີ 432/ຄຊໜຂ,ບຊ, ລົງວັນທີ 18 ພຶດສະພາ 2022 ວ່າດ້ວຍການຢັ້ງຢືນ ຄຊປປລ ເມືອງຄຳເກີດເປັນເມືອງ 4 ບຸກປະຈຳປີ 2021 ມອບໂດຍສະຫາຍ ທອງມະນີ ໂຄດປັນຍາ, ຫຼັງຈາກນັ້ນ ກໍ່ໄດ້ລັ່ນຄ້ອງ 9 ບາດ ເປິດປ້າຍ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ເປັນເມືອງ 4 ບຸກ.

About admins14