ພິທີປິດ ອົບຮົມ – ຫັດແອບ ການສ້າງບ້ານປ້ອມໝັ້ນສູ້ຮົບ ໃຫ້ກຳລັງກອງຫຼອນ – ປກສ ບ້ານບຸ່ງກວາງ ເມືອງປາກກະດິງ

ບັ້ນຝຶກອົບຮົມ – ຫັດແອບ ການສ້າງບ້ານປ້ອມໝັ້ນສູ້ຮົບ ໃຫ້ແກ່ກຳລັງກອງຫຼອນ – ປກສ ບ້ານບຸ່ງກວາງ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ເລີ່ມປະຕິບັດມາແຕ່ວັນທີ 20 ມັງກອນ 2022 ເຊີ່ງໄດ້ຮຽນຮູ້ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ ໂດຍສະເພາະແມ່ນ: ພາກການເມືອງ, ພາກຫັດແອບ, ພາກສີລະປະຍຸດ ແລະ ຍຸດທະວິທີ.

ມາຮອດຕອນເຊົ້າວັນທີ 29 ເມສາ 2022 ໄດ້ສຳເລັດລົງຕາມແຜນ ແລະ ໄດ້ມີພິທີປິດລົງຢ່າງເປັນທາງການ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບຂັ້ນເມືອງ, ທ່ານ ພັທ ພິດາວັນ ພີມເຮືອງສີ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງບໍລິຄຳໄຊ, ມີຄະນະກອງບັນຊາການ ປກຊ – ປກສ ແຂວງ – ເມືອງ, ວິທະຍາກອນ, ນັກສຳມະນາກອນ, ນາຍບ້ານອ້ອມຂ້າງ ພ້ອມດ້ວຍຊຸດຝຶກອົບຮົມສຶກສາວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ເປົ້າຫມາຍ 3 ຮຸ່ນທີ 3 ຂອງແຂວງ ເຂົ້າຮ່ວມ.

ໃນເບື້ອງຕົ້ນພິທີ ໄດ້ຊົມວິທີການຈັດຕັ້ງປະຕິບັດວຽກງານ ປກຊ – ປກສ ບ້ານ ໃນຍາມສັນຕິພາບ ແລະ ຫັນເຂົ້າສູ່ສະພາບສົງຄາມ ເຊີ່ງໄດ້ມີການສະແດງເຫດການສົມມຸດວ່າມີສະພາບສົງຄາມ ຈະໄດ້ມີການອົບພະຍົບຊ່ວຍເຫຼືອປະຊາຊົນໄປສູ່ເຂດທີ່ໝັ້ນ ແລະ ສະກັດຕີສັດຕູ ໂດຍການໃຊ້ອາວຸດ ຄ້າຍຄືກັບລະເບີດ ແລະ ລູກປືນແທ້.

ເພື່ອໃຫ້ກຳລັງກອງຫຼອນ – ປກສ ບ້ານຮັບຮູ້-ເຂົ້າໃຈຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນສະພາບການໃໝ່ໃຫ້ເລິກເຊິ່ງ ແນໃສ່ໃຫ້ກຳລັງປະກອບອາວຸດຢູ່ຂັ້ນພື້ນຖານ ມີຄວາມເຂັ້ມແຂງຮອບດ້ານ, ມີຄວາມສາມາດປ້ອງກັນບ້ານ ແລະ ປົກປັກຮັກສາທ້ອງຖິ່ນບ້ານຊ່ອງຂອງຕົນເມື່ອມີສະພາບການເກີດຂື້ນໃຫ້ໄດ້ຮັບຜົນດີ.

ໃນພິທີຍັງໄດ້ມອບໃບຍ້ອງຍໍຊົມເຊີຍໃຫ້ແກ່ບຸກຄະລາກອນໃນວຽກງານອົບຮົມ – ຫັດແອບ ການສ້າງບ້ານປ້ອມໝັ້ນສູ້ຮົບຄັ້ງນີ້.

 

 

About admin11