ປິດງານແຂ່ງຂັນກິລາ-ສິລະປະນັກຮຽນທົ່ວເມືອງ ຄຳເກີດ ຄັ້ງທີ 7

      

ໃນຕອນບ່າຍຂອງວັນທີ່ 30 ມັງກອນ 2021 ທີ່ເດີ່ນໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີປິດງານແຂ່ງຂັນກິລາ-ສິລະປະນັກຮຽນທົ່ວເມືອງ ຄັ້ງທີ່ 7 ໂດຍການເປັນປະທານຂອງທ່ານ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄໍາເກີດ.

ທ່ານ ອາຈານ ເພັດມະນີ ຈິດຕະກອນ ໄດ້ຂຶ້ນຜ່ານບົດລາຍງານ ຜົນສໍາເລັດຂອງການແຂ່ງຂັນກິລາ-ສິລະປະນັກຮຽນທົ່ວເມືອງ ຄັ້ງທີ່ 7 ທີ່ໂຮງຮຽນສາມັນກິນນອນຊົນເຜົ່າເປັນເຈົ້າພາບ ໃນລະຫວ່າງວັນທີ 26-30 ມັງກອນ 2021 ທ່ານ ໃຫ້ຮູ້ວ່າ: ງານແຂ່ງຂັນກິລາ-ສິລະປະນັກຮຽນທົ່ວເມືອງ ຄັ້ງທີ່ 7 ທີ່ໂຮງຮຽນສາມັນກິນນອນຊົນເຜົ່າເປັນເຈົ້າພາບໃນຄັ້ງນີ້ ມີຄູຝຶກ ແລະ ນັກກິລາເຂົ້າຮ່ວມ 1.400 ກ່ວາຄົນ ເຊິ່ງມີກິລາ 7 ປະເພດເຂົ້່າຮວ່ມ, ມີ 48 ລາຍການ ຄື: ແລ່ນ-ລານມີ 30 ລາຍການ, ບານເຕະ 3 ລາຍການ, ບານສົ່ງ 4 ລາຍການ, ເປຕັງ 4 ລາຍການ, ກະຕໍ້ 5 ລາຍການ,ໜ້າເກັກ 1 ລາຍ ການ ແລະ ໝາກຂ່າງ 1 ລາຍການ,  ກິລາແຕ່ລະປະເພດແມ່ນແຂ່ງຢູ່ເດີ່ນໂຮງຮຽນສາມັນກິນນອນຊົນເຜົ່າທັງໝົດ ແລະ ຈະໄດ້ນໍາໃຊ້ຫຼຽນທັງໝົດ 678 ຫຼຽນ ໃນນັ້ນ ຫຼຽນຄໍາ 226 ຫຼຽນ, ຫຼຽນເງິນ 226 ຫຼຽນ ແລະ ຫຼຽນທອງແດງ 226 ຫຼຽນ .

ຜ່ານການແຂ່ງຂັນເປັນເວລາ 5 ວັນ, ສາມາດສະຫຼຸບໄດ້ ດັ່ງນີ້: ກຸ່ມໂຮງຮຽນປະຖົມ ທີ່ 1 ກຸ່ມໂຮງຮຽນປະຖົມທົ່ງແສນ ຍາດໄດ້ 3 ຫຼຽນຄໍາ, 1 ຫຼຽນເງິນ ແລະ 1 ຫຼຽນທອງແດງ ລວມ 5 ຫຼຽນ; ທີ່ 2 ກຸ່ມໂຮງຮຽນປະຖົມທົ່ງແຄະ ຍາດໄດ້ 2 ຫຼຽນຄໍາ, 5 ຫຼຽນເງິນ ແລະ 2 ຫຼຽນທອງແດງ ລວມ 9 ຫຼຽນ; ທີ 3 ກຸ່ມໂຮງຮຽນປະຖົມໜອງຊົງ 2 ຫຼຽນຄໍາ, 1 ຫຼຽນເງິນ ລວມ 3 ຫຼຽນ; ກຸ່ມໂຮງຮຽນມັດທະຍົມຕົ້ນ ທີ່ 1 ມໍຕົ້ນຄໍາເກີດ ຍາດໄດ້ 5 ຫຼຽນຄໍາ, 1 ຫຼຽນເງິນ ແລະ 2 ຫຼຽນທອງແດງ ລວມ 8 ຫຼຽນ, ທີ່ 2 ມໍຕົ້ນຫຼັກ 5 ຍາດໄດ້ 5 ຫຼຽນຄໍາ, 1 ຫຼຽນທອງແດງ ລວມ 6 ຫຼຽນ; ທີ່ 3 ມໍຕົ້ນໜອງອໍ້ ຍາດໄດ້ 2 ຫຼຽນຄໍາ, 3 ຫຼຽນເງິນ ແລະ 1 ຫຼຽນທອງແດງ ລວມ 6 ຫຼຽນ; ກຸ່ມມັດທະຍົມຕອນປາຍ ທີ່ 1 ມໍປາຍໜອງອໍ້ ຍາດໄດ້ 7 ຫຼຽນຄໍາ, 7 ຫຼຽນເງິນ ແລະ 5 ຫຼຽນທອງແດງ ລວມ 19 ຫຼຽນ; ທີ່ 2 ມໍປາຍຊົນເຜົ່າ ຍາດໄດ້ 6 ຫຼຽນຄໍາ, 8 ຫຼຽນເງິນ ແລະ 6 ຫຼຽນທອງແດງ ລວມ 20 ຫຼຽນ ແລະ ທີ່ 3 ມໍປາຍນະຄອນໄຊ ຍາດໄດ້ 6 ຫຼຽນຄໍາ, 3 ຫຼຽນເງິນ ແລະ 6 ຫຼຽນທອງແດງ ລວມ 15 ຫຼຽນ.

About admin11