ພິທີປະກາດ-ຮັບຮອງເອົາບ້ານນ້ຳປັນ ເປັນບ້ານວັດທະນະທໍາ

ພິທີປະກາດ-ຮັບຮອງເອົາບ້ານນ້ຳປັນ ເປັນບ້ານວັດທະນະທໍາ ເປັນບ້ານທີ 17 ເມືອງໄຊຈໍາພອນ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 26 ທັນວາ 2022 ທີ່ເດີນບ້ານນ້ໍາປັນ ເຂົ້າຮ່ວມໂດຍ ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ ມີການນໍາຂອງເມືອງ, ຫ້ອງການ, ຄະນະຮັບຜິດຊອບ ສ້າງບ້ານວັດທະນະທໍາຂັ້ນເມືອງ, ຂັ້ນບ້ານ ຕະຫຼອດຮອດພໍ່ເເມ່ປະຊາຊົນ, ຄູອາຈານ ແລະ ນ້ອງນ້ອຍນັກຮຽນພາຍໃນບ້ານເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບສ້າງຄອບຄົວ ເເລະ ບ້ານວັດທະນະທໍາ ໃນໄລະຍະ 1 ປີຜ່ານມາ, ຜ່ານກວດກາມາດຖານເງື່ອນໄຂຂອງການສ້າງຄອບຄົວ ເເລະ ບ້ານວັດທະນະທໍາ ເເມ່ນສາມາດຢັ້ງຢືນເປັນຄອບຄົວວັດທະນະທໍາໄດ້ທັງໝົດ 44 ຄອບຄົວ ເທົ່າກັບ 80 % ຂອງຄອບຄົວທັງໝົດພາຍໃນບ້ານ ໃນນັ້ນປະກອບມີ 2 ຊົນເຜົ່າມົ້ງກວມ 98% ແລະ ຊົນເຜົ່າລາວລຸ່ມ ກວມ 2% ເຊີ່ງອາໃສຢູ່ຮ່ວມກັນ ອາຊີບຕົ້ນຕໍ່ເເມ່ນເຮັດນາ, ອາຊີບສໍາຮອງເເມ່ນປູກຝັງ-ລ້ຽງສັດ ບ້ານນ້ຳປັນ ເເມ່ນມີພຶ້ນຖານທາງດ້ານ ວັດທະນະທໍາຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາເເຕ່ບູຮານນະການ, ເປັນບ້ານທີມີການດໍາລົງຊີວິດປອດໃສຂາວສະອາດ, ມີຄວາມສາມະຄີປອງດອງ ແລະ ຍັງສາມາດຮັກສາຮີດຄອງປະເພນີ ອັນດີງາມຂອງເຜົ່າໄດ້ເປັນຢ່າງດີ ເຊິ່ງສະເເດງອອກທາງດ້ານ ພາສາປາກເວົ້າ, ການນຸ່ງຖື, ການຂັບລໍາ ແລະ ດ້ານອື່ນໆ.

ໃນພິທີຍັງໄດ້ມອບ ໃບຢັ້ງຢືນບ້ານວັດທະນະທຳ ໃຫ້ກຽດມອບໂດຍທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ ແລະ ຮັບໂດຍ ທ່ານ ບູນປອນ ສອນຈະເລີນເຮີ ເລຂາພັກບ້ານ ນາຍບ້ານນ້ຳປັນ ແລະ ມອບໃບຢັ້ງຄອບຄົວວັດທະນະທໍາ ໂດຍ ທ່ານ ນາງ ນົງສີ ເພັດພູທອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໃຫ້ກຽດຕ່າງໜ້າບ້ານຂຶ້ນຮັບໃບຍັ້ງຢືນໃຫ້ເເກ່ຄອບຄົວ 10 ຄອບຄົວ. ຫຼັງຈາກນັ້ນຄະນະປະທານແຂກພໍ່ເເມ່ປະຊາຊົນກໍ່ໄດ້ເຂົ້າຮ່ວມພິທີ, ເປີດປ້າຍຮັບ-ຮອງບ້ານນ້ຳປັນ ເປັນບ້ານວັດທະນະທໍາຢ່າງເປັນທາງການ ພ້ອມທັງລັ່ນຄ້ອງ 9 ບາດ.

About admins14