ພິທີປະກາດ ປ້າຍກາໝາຍສິນຄ້າ ໂຮງງານ ສົມນຶກ ມິດຕະພາບ

ວັນທີ 26 ພຶດສະພາ 2022 ຢູ່ທີ່ໂຮງງານ ສົມນຶກ ມິດຕະພາບ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດປ້າຍກາໝາຍສິນຄ້າ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລ ສີສະມຸດ ປະທານກວດກາພັກ – ລັດເມືອງຄຳເກີດ, ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ.

ທ່ານ ສົມນຶກ ມິດຕະພາບ ຜູ້ປະກອບການໂຮງງານຫັດຖະກຳຄັວດແກະສະຫຼັກໄມ້ ໄດ້ລາຍງານຫຍໍ້ກ່ຽວກັບການຊຸກຍູ້ການຈັດຕັ້ງປະຕິບັດວຽກ ODOP ແລະ ປະຫວັດຄວາມເປັນມາຂອງສົມນຶກ ຫັດຖະກໍາຄັວດແກະສະຫຼັກໄມ້ ສ່ວນບຸກຄົນ ວ່າ: ຜະລິດຕະພັນສິນຄ້າ ODOP ໂຮງງານ ສົມນຶກ ມິດຕະພາບ ຕັ້ງຢູ່ ບ້ານອຸດົມ ເມືອງຄຳເກີດ ແຂວງບໍລິຄຳໄຊ.

ຈາກນັ້ນ ພິທີຍັງໄດ້ມອບໃບຢັ້ງຢືນປ້າຍກາໝາຍສີນຄ້າ ODOP ໃຫ້ແກ່ ທ່ານ ສົມນຶກ ມິດຕະພາບ ໂຮງງານຫັດຖະກຳຄັວດແກະສະຫຼັກໄມ້ ທີ່ມີຊື່ວ່າ: ໜຶ່ງ ເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ.

 

 

About admin11