ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 29 ພະຈິກ 2022 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ, ມີຄະນະພະແນກ, ຂະແໜງການ, ກອງວິຊາການ ແລະ ບັນດາພະແນກການອ້ອມຂ້າງ ພ້ອມດ້ວຍພະນັກງານ – ລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ເລກທີ 721/ຂບຊ, ລົງວັນທີ 21 ພະຈິກ 2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ສີຫອມ ສອນມະນີ ເປັນຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ.

ຕອນທ້າຍ ທ່ານ ບຸນສົງ ເພັດຈະເລີນ ຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ເປັນຕົ້ນແມ່ນໃຫ້ສືບຕໍ່ປົກປັກຮັກສາຄວາມສາມັກຄີພາຍໃນ ໃຫ້ມີຄວາມເປັນເອກະພາບສູງ, ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ມີຈັນຍາບັນ, ຈັນຍາທຳ ຕໍ່ວຽກງານທີ່ຕົນຮັບຜິດຊອບ, ສຸມໃສ່ການໂຄສະນາ, ອອກຂ່າວວຽກງານຂອງພັກ-ລັດ ແລະ ຂ່າວອື່ນໆ ໃຫມີການກວດກາ-ກັ່ນຕອງ ໃຫ້ຖືກຕ້ອງຕາມຄວາມເປັນຈິງ, ຊັດເຈນ ແລະ ທັນເວລາ, ການຄຸ້ມຄອງ ແລະປົກປັກຮັກສາດ້ານວັດທະນະທຳ ຕ້ອງໃຫ້ມີຄວາມຍືນຍົງ, ພັດທະນາດ້ານວຽກງານການທ່ອງທ່ຽວ ໃຫ້ນັບມື້ນັບຫຼາຍຂຶ້ນ, ພ້ອມທັງຄຸ້ມຄອງບັນດາຜູ່ປະກອບການໃຫ້ຢູ່ພາຍໃຕ້ ລະບຽບ-ກົດໝາຍ ແລະ ວຽກງານອື່ນໆ.

About admins14