ພິທີປະກາດການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍປະຈໍາ ຫ້ອງການຍຸຕິທຳເມືອງ

ໃນລະຫວ່າງວັນທີ 20 – 23 ກັນຍາ 2022 ຫ້ອງການຍຸຕິທໍາ 3 ເມືອງ ພາຍໃນແຂວງ ບໍລິຄຳໄຊ ໄດ້ຈັດພິທີເປິດຫ້ອງການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ຢູ່ ເມືອງ ທ່າພະບາດ, ເມືອງ ປາກກະດິງ ແລະ ເມືອງໄຊຈໍາພອນ ພ້ອມທັງເຜີຍແຜ່ດໍາລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ພາຍໃຕ້ການເປັນປະທານຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທໍາແຂວງ.

ທ່ານ ເຄນທອນ ຄຳແພງສີ ຫົວໜ້າຂະແໜງສົ່ງເສີ່ມວຽກງານຍຸຕິທໍາ ແຂວງບໍລິຄຳໄຊ ໄດ້ນໍາສະເໜີ ດໍາລັດ 77/ລບ ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ລວມມີ 11 ໝວດ 49 ມາດຕາ ໃຫ້ບັນດາທ່ານທີ່ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ການປົກປ້ອງສິດອັນຊອບທໍາ, ຮູ້ເຖິງຂະບວນການ, ລະບຽບການທາງດ້ານກົດໝາຍໃຫ້ຫຼາຍຂຶ້ນ ເຊັ່ນ: ການສະໜອງຂໍ້ມູນຂ່າວສານ, ການໃຫ້ຄໍາປຶກສາທາງດ້ານກົດໝາຍ, ການຊ່ວຍເຫຼືອໃນຮ່າງເອກະສານທາງດ້ານກົດໝາຍ ແລະ ການເປັນຜູ້ຕາງໜ້າໃນການດໍາເນີນຄະດີ.

ທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທໍາແຂວງ ບໍລິຄໍາໄຊ, ໄດ້ຮຽກຮ້ອງມາຍັງບັນດາພະນັກງານ, ລັດຖະກອນ, ພໍ່ແມ່ປະຊາຊົນທຸກຊັ້ນຄົນ ຕ້ອງໄດ້ມີສະຕິໃນການດຳລົງຊີວິດ ແລະ ສຶກສາຮຽນຮູ້ບັນດາກົດໝາຍ ເພື່ອປົກປ້ອງສິດອັນຊອບທໍາຂອງປວງຊົນລາວທັງຊາດ ໂດຍສະເພາະການເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍຢ່າງຖືກຕ້ອງໂດຍບໍ່ເສຍຄ່າ ແລະ ພ້ອມທັງຈັດຕັ້ງປະຕິບັດໃນບັນດາກົດໝາຍທີ່ລັດວາງອອກຢ່າງເຂັ້ມງວດ ແນ່ໃສ່ສ້າງສາພັດທະນາບ້ານເມືອງໃຫ້ມີຄວາມກ້າວໜ້າຂຶ້ນໄປເປັນກ້າວໆ.

ຈາກນັ້ນ ກອງປະຊຸມຍັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນສະໜັບສະໜູນຕໍ່ວຽກງານເປີດການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ.

 

About admins16