ພິທີປະກາດການຈັດຕັ້ງສະພາການຄ້າ ແລະ ອຸດສາຫະກຳ ເມືອງຄຳເກີດ

ເພື່ອເຮັດໃຫ້ຜູ້ປະກອບການທຸລະກິດເຂົ້າຫາແຫຼ່ງທຶນໄດ້ສະດວກ ແລະ ເຮັດໃຫ້ການດຳເນີນທຸລະກິດ ຂອງຜູ້ປະກອບການມີຄວາມໝັ້ນຄົງ ແລະ ຍືນຍາວ, ໃນວັນທີ 26 ພຶດສະພາ 2022  ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດການຈັດຕັ້ງສະພາການຄ້າ ແລະ ອຸດສາຫະກຳເມືອງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ທ່ານ ວິໄລ ສີສະມຸດ ປະທານກວດກາພັກ – ລັດເມືອງຄຳເກີດ, ທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາອຸດສາຫະກຳ ແລະ ການຄ້າແຂວງ, ມີຕາງໜ້າຫ້ອງການອ້ອມຂ້າງເມືອງ, ທະນາຄານພັດທະນາລາວ, ພ້ອມດ້ວຍຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ ພາຍໃນເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 093/ມຄກ, ລົງວັນທີ 23 ກຸມພາ 2022 ວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ ແລະ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳ ເມືອງຄຳເກີດ ໂດຍຕົກລົງເຫັນດີແຕ່ງຕັ້ງ: ທ່ານ ສາຄອນ ແກ້ວສຸວັນ ຜູ້ອຳນວຍການບໍລິສັດ VSK ຈຳກັດເປັນປະທານ, ທ່ານ ສຸດທິພົງ ຈັນທະພັນ ປະທານສະມາຄົມນັກທຸລະກິດໜຸ່ມເມືອງ ເປັນຮອງປະທານ, ທ່ານ ກິນ້ອຍ ສີໃສແກ້ວ ຜູ້ອຳນວຍການບໍລິສັດ SP ຈໍາກັດ, ທ່ານ ຄໍາໃບ ອິນທະວົງ ບໍລິສັດຄໍາໃບ ກໍ່ສ້າງຈໍາກັດ ແລະ ທ່ານ ສົມບູນ ແກ້ວສຸວັນ ບໍລິສັດ BSL ຈໍາກັດ ເປັນຄະນະ.

ຕອນທ້າຍພິທີ ຄະນະປະທານຍັງໄດ້ມີຄຳເຫັນຊີ້ນຳ ແລະ ໂອ້ລົມຕໍ່ຄະນະບໍລິຫານສະພາການຄ້າທີ່ຖືກແຕ່ງຕັ້ງຂຶ້ນ ໃຫ້ເອົາໃຈໃສ່ທີ່ສຶກສາອົບຮົມສະມາຊິກໃຫ້ທົ່ວເຖິງ ແລະ ຊີ້ນຳ – ນຳພາສະມາຊິກສະພາການຄ້າ ຫັນປ່ຽນເສດຖະກິດຄອບຄົວ ແລະ ເຂົ້າຫາການຈັດຕັ້ງພາກລັດ -ພາກທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເລື່ອຍໆ.

 

 

About admin11