ພິທີຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊິວິດໃນປາງສົງຄາມຢູ່ລາວ

 

ໃນຕອນແລງຂອງວັນທີ 18 ແລະ ຕອນເຊົ້າວັນທີ 19 ທັນວາ 2020 ຢູ່ສະໂມສອນກອງບັນຊາການທະຫານ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ມີພິທີ ມອບ – ສົ່ງອັດຖິກະດູກທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊິວິດໃນປາງສົງຄາມຢູ່ລາວ ເຊີ່ງຂຸດຄົ້ນໄດ້ຢູ່ເມືອງ ວຽງທອງ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງຈາກແຂວງ, ເມືອງ, ພ້ອມດ້ວຍໜ່ວຍງານຂຸດຄົ້ນອັດຖິຫວຽດນາມປະຈຳແຂວງບໍລິຄຳໄຊ ເຂົ້າຮ່ວມ.

ໃນພິທີ ທ່ານ ຮອງເລຂາພັກແຂວງ ພ້ອມດ້ວຍຄະນະ ໄດ້ພ້ອມກັນຈູດທູບຕໍ່ໜ້າອັດຖິເພື່ອໄຫວ້ອາໄລເຖີງດວງວິນຍານທະຫານອາສາສະຫມັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊິວິດປາງສົງຄາມຢູ່ລາວ. ຈາກນັ້ນ ທ່ານ ກໍ່ໄດ້ແນະນໍາໃຫ້ຄະນະໜ່ວຍງານຂຸດຄົ້ນ ເອົາໃຈໃສ່ໃນການຊອກຫາຂໍ້ມູນຕ່າງໆນຳພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ແຕ່ລະພາກສ່ວນມີການສົມທົບຮ່ວມມືກັນຊອກຫາຂໍ້ມູນທີ່ເປັນໄປໄດ້ ເພື່ອສືບຕໍ່ຊອກຂຸດຄົ້ນໃຫ້ໄດ້ຕາມແຜນທີ່ວາງອອກ ພ້ອມດຽວກັນນັ້ນ ທ່ານຍັງໄດ້ມອບກະຕ່າຂອງຂວັນໃຫ້ຄະນະໜ່ວຍງານຂຸດຄົ້ນ.

ຈາກນັ້ນ ກໍ່ໄດ້ມີພີທີເອົາອັດຖິກະດູກ ອອກຈາກສະໂມສອນກອງບັນຊາການທະຫານເມືອງ ຂື້ນລົດເພື່ອໄປທ້ອນໂຮມຢູ່ແຂວງ, ການຂຸດຄົ້ນອັດຖິຢູ່ເມືອງວຽງທອງຄັ້ງນີ້ ໄດ້ 1 ອັດຖິ.

 

About admin11