ພິທີຄອບເຈົ້າທີ່ເຈົ້າຖານ ໂຄງການກໍ່ສ້າງຂົວຂ້າມນ້ຳຂອງແຫ່ງທີ 5 ປາກຊັນ-ບຶງການ

ເພື່ອເປັນການຄອບເຈົ້າທີ່ເຈົ້າຖານ ໃນການກໍ່ສ້າງຂົວຂ້າມແມ່ນ້ຳຂອງ ປາກຊັນ-ບຶງການ ໃຫ້ດຳເນີນການໄປດ້ວຍດີ ແລະ ສຳເລັດຕາມເປົ້າໝາຍທີ່ວາງໄວ້ ໃນວັນທີ 17 ກຸມພາ 2021 ຢູ່ບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍລິຄຳໄຊ ຈຶ່ງໄດ້ເຮັດພິທີທາງສາສະໜາຂຶ້ນ ໂດຍມີຜູ້ຕາງໜ້າຂອງບໍລິສັດ ແລະ ເຖົ້າແກ່ແນວໂຮມພາຍໃນບ້ານ ເຂົ້າຮ່ວມ.

ການເຮັດພິທີໃນຄັ້ງນີ້ ແມ່ນໄດ້ເຮັດຢູ່ 3 ຈຸດ ຄື: ຫໍບ້ານກ້ວຍອຸດົມ ( ຫໍປູ່ ), ໜອງຫີນ ( ປູ່ລື ) ແລະ ເຈົ້າທີ່ເຈົ້າຖານ ເຈົ້າບວກນ້ຳວັງປາ ບ່ອນຕັ້ງເສົາຂົວ.

ປະຈຸບັນ ແມ່ນກຳລັງບຸກເບີກເນື້ອທີ່, ສຳລັບຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ ຢູ່ລະຫວ່າງ ເຂດບ້ານກ້ວຍອຸດົມ ຫາ ບ້ານຫາງຊີງສະຫວ່າງ ເມືອງປາກຊັນ ໂດຍຈະໄດ້ໃຊເວລາໃນການກໍ່ສ້າງ 36 ເດືອນ.

ຕາມການອອກແບບ ເສົາກາງນ້ຳຈະສ້າງເປັນຮູບແຄນ ລວມໄລຍະທັງໝົດຂອງໂຄງການນີ້ແມ່ນ 16 ກິໂລແມັດ, ສະເພາະຢູ່ເບື້ອງລາວແມ່ນມີຄວາມຍາວ 4,21 ກິໂລແມັດ ກວມເອົາ 52 ເຮັກຕ່າ, ຄວາມຍາວຂອງທາງເລກທີ 13 ໄຕ້ເຂົ້າຫາຂົວ ແມ່ນ 2,86 ກິໂລແມັດ ມູນຄ່າການກໍ່ສ້າງທັງໝົດຂອງໂຄງການຝ່າຍລາວແມ່ນ 1.380 ລ້ານບາດ.

About admins16