ພາກສ່ວນທຸລະກິດ ມອບເງິນຊຸກຍູ້ ປກສ ແຂວງ ເນື່ອງໃນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ

  

ຕອນບ່າຍ ວັນທີ 16-17 ມີນາ 2021 ມີບັນດາກຸ່ມບໍລິສັດ ໄດ້ປະກອບສ່ວນຊຸກຍູ້ທຶນຮອນ ເປັນເງິນສົດ 12.500.000 ກີບ ມອບໃຫ້ແກ່ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ເພື່ອນຳໃຊ້ເຂົ້າໃນວຽກງານການສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ( 5 ເມສາ 1961 – 5 ເມສາ 2021) ທີ່ຈະມາເຖິງນີ້, ເປັນກຽດກ່າວມອບໂດຍ ບັນດາກຸ່ມບໍລິສັດ, ກ່າວຮັບໂດຍ ທ່ານ ພັນໂທ ເຄນວອນ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຫົວໜ້າ, ຄະນະຫ້ອງອ້ອມຂ້າງ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ເພັດ ຄໍາລື ກຸ່ມຜະລິດກະສິກໍາສະອາດ, ເມືອງບໍລິຄັນ ໄດ້ມອບເງິນສົດ ຈຳນວນ 1,000,000 ກີບ( ໜຶ່ງລ້ານກີບ ), ນາງ ແສງອຳໄພ ດວງສະຫງ່າ ບໍລິສັດຮັກສາຄວາມປອດໄພ ຈຳນວນ 1,500,000 ກີບ( ໜືງລ້ານຫ້ານແສນກີບ ) , ບໍລິສັດນັກທຸລະກິດໜຸ່ມ ສສ ຫວຽດນາມ ໄດ້ມອບເງິນສົດ ຈໍານວນ 5,000,000 ກີບ ( ຫ້າລ້ານກີບ ), ທ່ານ ສີນທະນາ ພີມມະສອນ ບໍລິສັດສີນທະນາການຄ້າຈໍາກັດຜູ້ດຽວ ໄດ້ມອບເງິນສົດ ຈຳນວນ 2,000,000 ກີບ ( ສອງລ້ານ ກີບ ), ທ່ານ ບຸນຊົງ ສີນທະວົງ ບໍລິສັດການໄຟຟ້າ ມອບເງິນສົດ ຈຳນວນ 2,000,000 ກີບ ( ສອງລ້ານ ກີບ ) ແລະ ທ່ານ ຄອນສະຫັວນ ສອນຄໍາໄຊ ບໍລິສັດ BM ການຄ້າ ຈຳນວນ 1,000,000 ກີບ( ໜຶ່ງລ້ານກີບ ).

ບັນດາກຸ່ມບໍລິສັດ ໄດ້ກ່າວວ່າ: ຍ້ອນເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານປ້ອງກັນຄວາມສະຫົງບ ແລະ ເພື່ອປະກອບສ່ວນເຂົ້າໃນວຽກງານນີ້ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂື້ນເລື້ອຍໆນັ້ນ ຈື່ງມອບເງິນໃຫ້ ປກສ ແຂວງ ບໍລິຄຳໄຊ ເພື່ອນຳໃຊ້ໃນວຽກງານສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ໃຫ້ມີບັນຍາກາດຟົດຟື້ນເບີກບານມ່ວນຊື່ນ, ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ.

ໃນໂອກາດດຽວກັນ ທ່ານ ພັນໂທ ເຄນວອນ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ແລະ ອວຍພອນໄຊອັນປະເສີດໃຫ້ບັນດາທ່ານ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ທຸລະກິດຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ.

About admin11