ພາກລັດ ກັບ ພາກທຸລະກິດ ພາຍໃນເມືອງປາກກະດິງ ຈັດກອງປະຊຸມແລກປ່ຽນບົດຮຽນປະຈຳປີ 2020

 

ກອງປະຊຸມແລກປ່ຽນບົດຮຽນປະຈຳປີ 2020 ລະຫວ່າງພາກລັດ ກັບ ພາກທຸລະກິດ ພາຍໃນເມືອງປາກກະດິງ ແຂວງບໍລິຄຳໄຊ ໃນຫົວຂໍ້ “ການປັບຕົວທຸລະກິດໃຫ້ສອດຄ່ອງກັບເສດຖະກິດປະຈຸບັນ” ໄດ້ຈັດຂື້ນໃນຕອນເຊົ້າວັນທີ 17 ທັນວາ 2020 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດຂອງເມືອງ. ພາຍໃຕ້ການເປັນປະທານຂອງ ທ່ານ ພົງສະຫວັດ ຄຳສຸກຖາວົງ ຮອງເຈົ້າເມືຶອງປາກກະດິງ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫ້ອງການທີ່ກ່ຽວຂ້ອງ ແລະ ນັກທຸລະກິດພາຍໃນເມືອງ ເຂົ້າຮ່ວມ.

ທ່ານ ພົງສະຫວັດ ຄຳສຸກຖາວົງ ຮອງເຈົ້າເມືຶອງປາກກະດິງ ກ່າວວ່າ: ກອງປະຊຸມຄັ້ງນີ້ເພື່ອແນໃສ່ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຄຸ້ມຄອງ ແລະ ພັດທະນາຕະຫຼາດພາຍໃນ ແລະ ຕ່າງປະເທດ, ຊຸກຍູ້, ສົ່ງເສີມ, ປະເມີນ ແລະ ພັດທະນາ ວຽກງານອຸດສາຫະກຳ ແລະ ການຄ້າ ຕາມທິດຫັນເປັນອຸດສາຫະກຳສີຂຽວ, ສ້າງມູນຄ່າເພີ່ມ ແລະ ພັດທະນາຕ່ອງໂສ້ການຜະລິດ ແລະ ການຄ້າຕາມທິດຍືນຍົງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເຊີ່ງໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາດຳລັດ ແລະ ຄຳສັ່ງຂອງລັດຖະບານ ຕາມລະບຽບກົດໝາຍ, ຊຸກຍູ້ສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

ພ້ອມດຽວກັນນີ້ ທ່ານ ກອງແກ້ວ ຫຼວງລາດບັນດິດ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ກໍ່ໄດ້ລາຍງານໂດຍຫຍໍ້ສະພາບການເຄື່ອນໄຫວດຳເນີນທຸລະກິດພາຍໃນເມືອງປາກກະດິງ ວ່າ: ເສດຖະກິດຂະຫຍາຍຕົວສະເລ່ຍ 8,26%ຕໍ່ປີ, ລວມຍອດຜະລິດຕະພັນທ້ອງຖິ່ນ(LGDP)ບັນລຸ 436,60 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 7,74 ລ້ານກີບ/ຄົນ/ປີ.

ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄຳຄິດຄຳເຫັນຮ່ວມກັນຢ່າງກົງໄປກົງມາ ໂດຍຖອດຖອນບົດຮຽນຈາກການເຮັດທຸລະກິດຕົວຈິງ ເຊິ່ງມີທັງດ້ານດີ ແລະ ຂໍ້ຫຍຸ້ງຍາກ  ສະເໜີຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອຄົ້ນຄ້ວາ ພິຈາລະນາແກ້ໄຂຊ່ວຍ.

About admin11