ພະແນກ ຮສສ ລົງຊຸກຍູ້ວຽກງານຕາມສາຍຕັ້ງ

  ໃນວັນທີ 16 ກຸມພາ 2022 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງ ວຽງທອງ ແຂວງບໍລິຄຳໄຊ ທ່ານ ແສງເພັດ ມູນລະໄມ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານຕາມສາຍຕັ້ງຂອງຫ້ອງການ ຮສສ ເມືອງວຽງທອງ.

ໃນໂອກາດນີ້ ທ່ານໄດ້ຮັບຟັງການລາຍງານຫຍໍ້ ສະພາບການປະຕິບັດວຽກງານໄລຍະຜ່ານມາ ຂອງຫ້ອງການ ຮສສ ຈາກທ່ານ ນາງ ພູວາ ຈັນທະສອນ ຫົວໜ້າຫ້ອງການ ຮສສ ເມືອງ, ຈາກນັນກໍ່ໄດ້ມີການແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ລະຫວ່າງພະແນກ ແລະ ຫ້ອງການໃນການປະຕິບັດວຽກງານ ໃຫ້ມີຄວາມເປັນເອກະພາບ, ມີຄວາມວ່ອງໄວ້ທັນກັບສະພາບການ.

ພ້ອມນັ້ນ ກໍ່ໄດ້ຜ່ານຮ່າງທາບທາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການສ້າງຕັ້ງກອງທືນໄພພິບັດຂັ້ນແຂວງ.

ໃນຕອນທ້າຍ ກໍ່ໄດ້ມອບເຄື່ອງນຸ່ງຫົ່ມ 4 ແກັດ, ເກີບ 11 ແກັດ ໃຫ້ຫ້ອງການ ຮສສ ເມືອງເພື່ອນຳໄປມອບຕໍ່ໃຫ້ຄອບຄົວທຸກຍາກອານາຖາ ແລະ ຖືກຜົນກະທົບຈາກໄພພິບັດຕ່າງໆພາຍໃນເມືອງ.

 

 

About admin11