ພະແນກ ອຄ ແຂວງ ແລະ ອຄ ເມືອງ ທ່າພະບາດ ແບ່ງຂັ້ນຄຸ້ມຄອງວຽກງານ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ.

ພິທີເຊັນບົດບັນທຶກການແບ່ງຂັ້ນຄຸ້ມຄອງວຽກງານ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ລະຫວ່າງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ( ອຄ ) ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ທ່າພະບາດ ໄດ້ໄຂຂຶ້ນ ວັນທີ 31 ສິງຫາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ໂດຍການເຂົ້າຮ່ວມລົງນາມລະຫວ່າງ ທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ-ພະນັກງານ ເມືອງທ່າພະບາດ ແລະ ທ່ານ ສີງຄໍາ ສຸວັນຄໍາ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ບໍລິຄໍາໄຊ ມີພາກສ່ວນທີ່ກ່ຽວຂ້ອງທັ່ງສອງທັ່ງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນບົດບັນທຶກຄັ້ງນີ້ ແມ່ນກໍ່ເພື່ອປະຕິບັດຕາມມະຕິ, ຄໍາສັ່ງ ຂອງຂັ້ນເທິງວາງອອກໃຫ້ປາກົດຜົນເປັນຈິງ ເວົ້າສະເພາະ ແມ່ນ ຄໍາສັ່ງຂອງນາຍຍົກລັດຖະມົນຕີເລກທີ 16/ນຍ ລົງວັນທີ 15 ມິຖຸນາ 2012 ວ່າດ້ວຍການສ້າງແຂວງໃຫ້ກາຍເປັນຫົວໜ່ວຍຍຸດທະສາດ ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ, ມະຕິຂອງຄະນະປະຈໍາພັກແຂວງ ສະບັບເລກທີ 399/ຄປນ.ຂບຊ ລົງວັນທີ 31 ສິງຫາ 2014 ວ່າດ້ວຍການຮັບຮອງເອົາເມືອງ ແລະ ບ້ານເປົ້າໝາຍ ເຮັດທົດລອງເປັນຫົວໜ່ວຍເຂັ້ມແຂງ ຮູ້ນໍາພາຮອບດ້ານ ແລະ ບ້ານເປັນຫົວໜ່ວຍພັດທະນາ ແລະ ທັ່ງນີ້ກໍ່ເພື່ອສ້າງຄວາມເຂົ້າໃຈໃນການຄຸ້ມຄອງ ແລະການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງບັນດາຂະແໜງການດັ່ງກ່າວ.

About admins14