ພະແນກ ຖວທ ແຂວງ ເຊື່ອມຊຶມ 5 ເອກະສານທີ່ສຳຄັນຂອງພັກ – ຂອງຊາດ

ໃນຕອນເຊົ້າຂອງວັນທີ 30 ມີນາ 2022 ຢູ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ( 22 ມີນາ 1955 – 22 ມີນາ 2022 ), ໃຫ້ກຽດເຊື່ອມຊຶມໂດຍ ທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ, ຫົວໜ້າພະແນກ ຖວທ ແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ທ່ານ ອຸດອນ ສອນສຸລິນ ໄດ້ຍົກໃຫ້ເຫັນວ່າ: ໃນປີ 1893 ພວກລ່າເມືອງຂຶ້ນຝຣັ່ງ ໄດ້ເຂົ້າມາຍຶດຄອງລາວເປັນຫົວເມືອງຂຶ້ນ, ປະຊາຊົນລາວຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນ, ເພື່ອນຳພາຂະບວນຕໍ່ສູ້ຂອງປະຊາຊົນສາມຊາດອິນດູຈີນ ຕໍ່ສູ້ຕີເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ ໃນປີ 1930 ປະທານ ໂຮ່ຈິມິນ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ແລະ ມາຮອດປີ 1934 ອົງຄະນະພັກແຄ້ວນລາວ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ.

ເມື່ອມີພັກນຳພາ ການຕໍ່ສູ້ຂອງຂອງປະຊາຊົນ ນັບມື້ນັບໄດ້ຮັບໄຊຊະນະເປັນກ້າວໆ, ພັກເຮົາໄດ້ເດັດດ່ຽວນຳພາປວງຊົນລຸກຮື້ຂຶ້ນຍຶດອຳນາດ, ປະກາດຄວາມເປັນເອກະລາດຂອງປະເທດລາວ ຕໍ່ໂລກເມື່ອວັນທີ 12 ຕຸລາ 1945, ຫຼັງຈາກນັ້ນ ກອງທັບປະຊາຊົນລາວກໍ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ 1949 ແລະ ສ້າງຕັ້ງແນວລາວອິດສະຫຼະຂຶ້ນໃນວັນທີ 13 ສິງຫາ 1950.

ຕໍ່ກັບຄວາມຮຽກງຮ້ອງຕ້ອງການໃນໄລຍະໃໝ່ຂອງການປະຕິວັດ ແລະ ມະຕິກອງປະຊຸມໃຫ່ຍ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ປີ 1951 ບັນດາສະມາຊິກພັກກອມມູນິດທີ່ເປັນຄົນລາວ ໄດ້ຈັດຕັ້ງຄະນະກຳມະການປະຊາຊົນລາວຂຶ້ນ ເພື່ອສືບຕໍ່ນຳພາການປະຕິວັດລາວ ແລະ ໃນວັນທີ 22 ມີນາ 1955 ໄດ້ດຳເນີນກອງປະຊຸມໃຫ່ຍຄັ້ງທີ I ຂອງຕົນຂຶ້ນ ທີ່ບ້ານນາແມວ ເມືອງວຽງໄຊ ແຂວງຫົວພັນ ແລະ ໄດ້ເອີ້ນຊື່ວ່າ “ພັກປະຊາຊົນລາວ” ໂດຍແມ່ນທ່ານປະທານ ໄກສອນ ພົມວິຫານ ເປັນເລຂາຄະນະຊີ້ນຳສູນກາງ, ເປັນເລຂາຄະນະພັກທະຫານສູນກາງ – ທັງເປັນຜູ້ບັນຊາການສູງສຸດ ກຳລັງປະກອບອາວຸດປະຊາຊົນລາວ.

ມາຮອດວັນທີ 3 ກຸມພາ 1972 ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ II ໄດ້ຕົກລົງປ່ຽນຊື່ “ພັກປະຊາຊົນລາວ” ເປັນ “ພັກປະຊາຊົນປະຕິວັດລາວ”. ຍ້ອນມີການຊີ້ນໍາ – ນໍາພາອັນສະຫຼາດສ່ອງໃສພາຍໃຕ້ຄັນທຸງຂອງພັກ ໄດ້ນຳພາປວງຊົນລາວທັງຊາດ ລຸກຮື້ຂຶ້ນຢຶດອຳນາດດ້ວຍ 3 ບາດຄ້ອນຍຸດທະສາດ ໂດຍບໍ່ເສຍເລືອດເນື້ອ “ບົວບໍ່ຊ້ຳ – ນ້ຳບໍ່ຂຸ່ນ” ແລະ ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທ່າງການ ໃນວັນທີ 2 ທັນວາ 1975.

ທ່ານຫົວໜ້າພະແນກ ຍັງໄດ້ເຜີຍແຜ່ມະຕິ ເລກທີ 04/ຄບສພ, ລັງວັນທີ 30 ກັນຍາ 2021 ວ່າດ້ວຍການເພີ່ມທະວີ ການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ ເຊິ່ງໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນຂອງມະຕິດັ່ງກ່າວ ວ່າ: ເພື່ອຜັນຂະຫຍາຍເນື້ອໃນຈິດໃຈພື້ນຖານ ຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ລວມທັງຂົງເຂດວຽກງານພະນັກງານ, ກອງປະຊຸມຄົບຄະນະ ສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ທີ່ໄດ້ດຳເນີນໃນເດືອນມິຖຸນາ 2021 ໄດ້ຄົ້ນຄວ້າ ປຶກສາຫາລືຢ່າງເລິກເຊິ່ງ ກົງໄປກົງມາ ແລະ ມີຄວາມເປັນເອກະພາບສູງ ກ່ຽວກັບບັນຫາພະນັກງານ ແລະ ວຽກງານພະນັກງານໃນຊຸມປີຜ່ານໆມາ.

ພະນັກງານ ແມ່ນກຳລັງການເມືອງຫຼັກແຫຼ່ງ ໃນພາລະກິດປະຕິວັດ ຂອງພັກເຮົາ, ເປັນຜູ້ຕັດສິນ ຜົນໄດ້ – ຜົນເສຍຂອງການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ, ຂອງລັດ ຕ້ອງໄດ້ຮັບການນຳພາ ຝຶກຝົນຫຼໍ່ຫຼອມໃຫ້ເປັນຜູ້ຈົງຮັກພັກດີ ຮັບໃຊ້ປະຊາຊົນ ແລະ ປະເທດຊາດດ້ວຍຄວາມບໍລິສຸດໃຈ, ຕ້ອງຍຶດໝັ້ນທັດສະນະວິທະຍາສາດ ໃນນຳພາຊີ້ນຳ ວຽກງານພະນັກງານ ເຄົາລົບກົດເກນພາວະວິໄສ ຕ້ອງແທດກັບຕົວຈິງ ແລະ ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.

ພ້ອມນີ້ ຍັງໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 6 ສະໄໝທີ 7, ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈຳປີ 2021 ພາຍໃຕ້ຄຳຂວັນ ສ້າງການຫັນປ່ຽນຢ່າງແຂງແຮງວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ ໃຫ້ປະກົດຜົນເປັນຈິງ ແລະ ບົດໂອ້ລົມຂອງສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ຕໍ່ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈຳປີ 2021.

About admins16