ພະແນກ ຖວທ ແຂວງ ຮັບຟັງການເຜີຍແຜ່ ເອກະສານສໍາຄັນຕ່າງໆຂອງພັກ

ໃນຕອນເຊົ້າຂອງວັນທີ 26 ສິງຫາ 2021 ຢູ່ຫ້ອງປະຊຸມ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ຈັດພິທີເຜີຍແຜ່ ເອກະສານສໍາຄັນຕ່າງໆຂອງພັກຂຶ້ນ ໃຫ້ກຽດເຜີຍແຜ່ຂອງທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກ ຖວທ ແຂວງບໍລິຄໍາໄຊ, ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າກອງ-ຮອງກອງ, ພ້ອມດ້ວຍພະນັກງານວິຊາການ ທົ່ວພະແນກເຂົ້າຮ່ວມ.

ທ່ານ ສົນທອງ ວີບຸນກວ້າ ໄດ້ຜ່ານເອກະສານ ຄໍາສັ່ງເລກທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂຄວາມຫຍຸງຍາກ ທາງດ້ານເສດຖະກິດ – ການເງິນ ແມ່ນຄວາມຮັບຜິດຊອບຂອງຄະນະແຕ່ລະຂັ້ນ ພາຍໃຕ້ການຊີ້ນໍາໂດຍກົງຂອງສະຫາຍ ເລຂາພັກ ເຊິ່ງຈະຕ້ອງໄດ້ເຂົ້າໃຈ ແລະ ມີທັດສະນະທ່າທີທີ່ຖືກຕ້ອງ ເດັດດ່ຽວ ກ້າເບິ່ງບັນຫາຢ່າງຊື່ຕົງ ແລະ ແກ້ໄຂບັນຫາຢ່າງພາວະວິໄສ ໂດຍໃຊ້ມາດຕະການທີ່ເຂັ້ມງວດ ເດັດຂາດ ເພຶ່ອຕໍ່ສູ້ກັບແນວຄິດ ແບບແຜນ ກົນໄກ ວິທີການ – ການກະທໍາ ແລະ ຄວາມເຄີຍຊິນແບບເກົ່າ ທີ່ເກື້ອກູນ ເຫັນແກ່ຕົນເອງ ແລະ ກຸ່ມກ້ອນພັກພວກເປັນໃຫຍ່ ທັງນີ້ ກໍ່ເພຶ່ອແກ້ໄຂບັນຫາຢ່າງຈິງຈັງ ເພຶ່ອເພີ່ມທະວີຄວາມສາມັກຄີເປັນປືກແຜ່ນ ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ເປັນເອກະພາບກັນ ເພຶ່ອເຊີດຊູຄວາມຮັບຜິດຊອບຂອງລວມໝູ່ ບຸກຄົນ ເພຶ່ອແນໃສ່ແກ້ໄຂບັນຫາຫຍຸ້ງຍາກດ້ານເສດຖະກິດ – ການເງິນ ຢ່າງເປັນເຈົ້າການ.

ສຶບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມທີ່ໂດດເດັ່ນ ແລະ ເດັດດ່ຽວປັບປຸງ ຈຸດອ່ອນຂໍຄົງຄ້າງ ແລະ ສິ່ງທ້າທາຍທົດສອບທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ແນ່ໃສເຊີດຊູ ບົດບາດຄວາມສາມາດນໍາພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນໍາໜ້າ ຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາປອດໃສເຂັ້ມແຂງໜັກແໜ້ນ ເພຶ່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສາມາຊິກພັກ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ດ້ວຍບາດກ້າວບຸກທະລຸ ສາມາດເປັນແກນນໍາທີ່ເຂັ້ມແຂງໃນລະບົບການເມືອງຢູ່ຮາກຖານ ທັງຮັບປະກັນເຮັດໃຫ້ການນໍາພາຂອງພັກ ຕອບຕະສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່. ນອນນັ້ນ ທ່ານຍັງໄດ້ຜ່ານຄໍາສັ່ງເລທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ບົດແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ 11 ກ່ຽວການຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ. ໃນຕອນທ້າຍຍັງໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍເອກະສານທາງການ ຈາກທ່ານ ບົວສອນ ບຸດຊາວດອນ ຮອງຫົວໜ້າພະແນກ ຖວທ ແຂວງ.

About admins16