ພະແນກ ຖວທ ແຂວງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີຕໍ່ໜ້າ

ກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ເມສາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ຂັນທະລີ ພົນຢ້ຽມ ຮອງຫົວໜ້າກົມຈັດຕັ້ງພະນັກງານ, ທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ, ທ່ານ ສົມເພັດ ຄຳມະນີ ຫົວໜ້າພະແນກພາຍໃນແຂວງ, ມີຄະນະພະແນກ ຖວທ ແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າກອງ-ຮອງກອງ, ຄະນະຈັດຕັ້ງແຂວງ ແລະ ພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ສົນທອງ ວີບຸນກວ້າງ ຮອງພະແນກ ຖວທ ແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງພະແນກໃນໄລຍະຜ່ານມາວ່າ: ພາຍຫຼັງສຳເລັດການກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະປີ 2018-2020 ແລະ ໄດ້ສຳເລັດກອງປະຊຸມໃຫຍ່ສະໄໝທີ 2 ຂອງຄະນະພັກຮາກຖານພະແນກ ມາເຖິງປະຈຸບັນ ໄດ້ມີຄະນະພະແນກເຂົ້າຮັບອຸດໜູນບຳນານ ຈຳນວນ 2 ທ່ານ ແລະ ໄດ້ມີການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຄື: ຕຳແໜ່ງຫົວໜ້າພະແນກ ຖວທ ແຂວງ ແມ່ນເປັນໄປຕາມແຜນກຳນົດ, ຮອງຫົວໜ້າພະແນກບໍ່ເປັນໄປຕາມແຜນກຳນົດ ( ສັບຊ້ອນມາຈາກພາກສ່ວນອື່ນ 2 ທ່ານ ), ຕຳແໜ່ງຫົວໜ້າຂະແໜງ ແລະ ຫົວໜ້າກອງວິຊາການ ແມ່ນຍັງຄົງທີ່, ຕຳແໜ່ງຮອງຫົວໜ້າພະແໜງ ແລະ ຮອງຫົວໜ້າກອງວິຊາການ ໄດ້ມີການແຕ່ງຕັ້ງຮອງຫົວໜ້າສູນເພີ່ມ ແລະ ຜູ້ຖືກແຕ່ງຕັ້ງແມ່ນນອນໃນແຜນກຳນົດ.

ນອກນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ ມະຕິກົມການເມືອງສູນກາງພັກ ເລກທີ່ 032/ກມສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ່ 292/ຄຈສພ ລົງວັນທີ່ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດມະຕິ ເລກທີ່ 032/ກມສພ, ມະຕິກົມການເມືອງສູນກາງພັກ ເລກທີ່ 030/ກວສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນໍາພາ-ຄຸ້ມຄອງ ແລະ ດຳລັດ ເລກທີ 461/ລບ, ລົງວັນທີ 9 ຕຸລາ 2012 ວ່າດ້ວຍມາດຕະຖານຕຳແໜ່ງບໍລິຫານ ຂອງລັດຖະກອນແຫ່ງ ສປປ ລາວ.

ກອງປະຊຸມຄັ້ງນີ້ ເພື່ອເປັນການຄາດຄະເນເປົ້າໝາຍ ພະນັກງານທີ່ຈະຈັດວາງເຂົ້າໃນຕໍາແໜ່ງງານນໍາພາ-ຄຸ້ມຄອງຂັ້ນຕ່າງໆ ພາຍໃນພະແນກ ຖວທ ແຂວງ ແນໃສ່ຮັບປະກັນລັກສະນະສືບຖອດ ປຽ່ນແທນໃນຕໍ່ໜ້າ ເພື່ອເປັນການເລືອກເຟັ້ນພະນັກງານ ທີ່ມີຄວາມຮູ້ – ຄວາມສາມາດ ມີຄຸນນະພາບບັນຈຸເຂົ້າໃນຕໍແໜ່ງງານນໍາພາ-ຄຸ້ມຄອງແຕ່ລະຂະແໜງ ໃຫ້ສອດຄອ່ງກັບວຽກງານ ໃນການສ້າງແຜນບໍາລຸງກໍ່ສ້າງພະນັກງານ ແລະ ສັບຊ້ອນເຂົ້າຕາມໂຄງປະກອບຢ່າງເໝາະສົມ ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ ຄົ້ນຄວ້າເປົ້າໝາຍເຂົ້າໃນແຜນກໍານົດພະນັກງານເປັນໝູ່ຄະນະ ແລະ ຕົກລົງຕາມສຽງສ່ວນຫຼາຍ ຮັບປະກັນຄວາມຖືກຕ້ອງໂປ່ງໃສ ພາວະວິໃສ ຮອບດ້ານ ຍຸຕິທໍາ. ພ້ອມນີ້ ຍັງຈະໄດ້ດຳເນີນການທາບທາມ ໃນການກຳນົດພະນັກງານນຳພາ-ຄຸ້ມຄອງ 3 ຮອບ ແລະ ຈະໃຊ້ເວລາ 3 ວັນຈຶ່ງຈະສຳເລັດ.

About admins16