ພະແນກ ຖວທ ສົມທົບທຶນໃນການກໍ່ສ້າງເສັ້ນທາງເບຕົງເຂົ້າຫາ ວັດທ່າໂພນສັນ

       ເພື່ອສົມທົບທຶນໃນການກໍ່ສ້າງ ເສັ້ນທາງເບຕົງເສິມເຫຼັກເຂົ້າຫາວັດທ່າໂພນສັນ ເມືອງທ່າພະບາດ ໃນຕອນບ່າຍຂອງວັນທີ 15 ພະຈິກ 2021 ຢູ່ທີ່ບ້ານພະບາດໂພນສັນ ທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກ ຖວທ ແຂວງ ບໍລິຄຳໄຊ ໄດ້ເປັນກຽດມອບເງິນສົມທົບຊື້ຊີມັງ ມູນຄ່າ 1.260.000 ກີບ ໃຫ້ແກ່ເມືອງທ່າພະບາດ ເປັນກຽດຮັບໂດຍທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ ໂດຍຊ້ອງໜ້າທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງ ບໍລິຄຳໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

       ການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກເຂົ້າຫາວັດທ່າໂພນສັນ ບ້ານພະບາດໂພນ ເມືອງທ່າພະບາດ ໄດ້ເລີີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນກັນຍາ 2021 ເປັນຕົ້ນມາ ຮອດປະຈຸບັນສຳເລັດແລ້ວ 70 ສ່ວນຮ້ອຍຂອງໜ້າວຽກທັງໝົດ ເຊີ່ງມີຄວາມຍາວທັງໝົດ 1.800 ແມັດ,ມີຄວາມກວ້າງ 6 ແມັດ,ໃຈກາງມີຄວາມໜາ 20 ຊັງຕີແມັດ, ຂອບທາງໜາ 15 ຊັງຕີແມັດ,ລວມມູນຄ່າການກໍ່ສ້າງມາຮອດປະຈຸບັນ 600 ລ້ານກວ່າກີບ,ໂດຍແມ່ນການປະກອບສ່ວນສົມທົບທຶນຂອງປະຊາຊົນພາຍໃນບ້ານ, ນິຕິບຸກຄົນ, ຜູ້ປະກອບການທຸລະກິດ,ພາກລັດ ພາຍໃນເມືອງ, ແຂວງ ແລະ ຕ່າງແຂວງ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກເຂົ້າຫາວັດທ່າໂພນສັນນີ້ ໂດຍແມ່ນອົງການພຸດທະສາສະໜາສຳພັນເມືອງທ່າພະບາດ ແລະ ອົງການປົກຄອງເມືອງທ່າພະບາດເປັນເຈົ້າການກໍ່ສ້າງ.

About admin11