ພະແນກ ຍທຂ ແລະ ພະແນກຕໍາຫຼວດຈະລາຈອນ ລົງເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພ ຢູ່ 4 ໂຮງຮຽນ

ວັນທີ 28-29 ກັນຍາ 2022 ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ສົມທົບກັບພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ບໍລິຄໍາໄຊ ໄດ້ສືບຕໍ່ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພ ຢູ່ 4 ໂຮງຮຽນຄື: ໂຮງຮຽນ ມສ ປາກງຽບ, ໂຮງຮຽນ ມໍປາຍ ປາກຊັນ, ໂຮງຮຽນ ມສ ສີທານາໄຊ ແລະ ໂຮງຮຽນ ມສ ໜອງບົວ ນໍາພາໂດຍ ທ່ານ ບຸນທໍາ ຄໍາມະວົງ ຫົວໜ້າຂະແໜງຂົນສົ່ງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍທີມງານ, ເປັນກຽດເຂົ້າຮ່ວມຮັບຟັງໂດຍ ບັນດາອໍານວຍການ ແລະ ຮອງອໍານວຍການ, ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນທັງສີ່ໂຮງຮຽນເຂົ້າຮ່ວມ.

ການລົງໂຄສະນາປູກຈິດສໍານຶກກ່ຽວກັບກົດລະບຽບຈະລາຈອນ, ການຂັບຂີ່ປອດໄພ ແລະ ການສັນຈອນທາງຫຼວງໃຫ້ນ້ອງນັກຮຽນໃນຄັ້ງນີ້ ເພື່ອແນ່ໃສ່ເຮັດໃຫ້ຄູອາຈານ ແລະ ນ້ອງນັກຮຽນໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ພ້ອມນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ, ແນ່ໃສ່ລຸດຜ່ອນການເກີດອຸປະຕິເຫດຢູ່ຕາມຖະໜົນຫົນທາງພາຍໃນແຂວງ ບໍລິຄໍາໄຊໃຫ້ຫຼຸດລົງ.

ໃນນີ້ບັນດາຄະນະຮັບຜິດຊອບຈາກ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ, ໄດ້ພັດປ່ຽນກັນເຜີຍແຜ່ເອກະສານທີ່ສໍາຄັນເຊັ່ນ: ກົດໝາຍວ່າດ້ວຍການຈະລາຈອນທາງບົກ, ບັນດາເຄື່ອງໝາຍ, ປ້າຍຫ້າມ, ປ້າຍເຕືອນອັນຕະລາຍ, ປ້າຍກໍານົດ, ປ້າຍບອກສິດ, ປ້າຍແນະນໍາຈຸດໝາຍປາຍທາງ, ສາລະບານເດີນລົດ, ລະບຽບວ່າດ້ວຍການຍ່າງ, ການຂີ່ລົດຖີບ, ການຂັບຂີ່ລົດຈັກ, ລົດໃຫຍ່, ການຂັບຂີ່ລົດໄຖ່ນາເດີນຕາມ, ດໍາລັດ ເລກທີ 568/ລບ ວ່າດ້ວຍການປັບໃໝຜູ້ລະເມີດກົດໝາຍຈະລາຈອນທາງບົກ, ໜ້າທີ່ ແລະ ຂໍ້ຫ້າມສໍາລັບຜູ້ຂັບຂີ່, ຄວາມສ່ຽງໃນການຍ່າງ ແລະ ວິທີປ້ອງກັນ, ການສັນຈອນ ຫຼື ການຍ່າງຕາມເສັ້ນທາງ, ການຂັບຂີ່ລົດຈັກທຸກຄັ້ງຕ້ອງໃສ່ໝວກກັນກະທົບທັງຜູ້ຂັບ ແລະ ຜູ້ຊ້ອນ.

ຈາກນັ້ນໄດ້ສາຍພາບວິດີໂອຈາກການບັນທຶກພາບເຫດການເກີດອຸປະຕິເຫດ, ເຊິ່ງຍົກໃຫ້ເຫັນສາເຫດຕົ້ນຕໍຂອງການເກີດອຸປະຕິເຫດຢູ່ຕາມເສັ້ນທາງຕ່າງໆ ທີ່ເກີດຈາກຂາດການກວດກາສະພາບເຕັກນິກລົດ, ດື່ມສິ່ງມຶນເມົາແລ້ວຂັບລົດ, ການໃຊ້ຄວາມໄວເກີນກໍານົດ, ບໍ່ປ່ອຍສິດ, ລ້ຽວຊ້າຍ-ລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງບໍ່ຮັບປະກັນ, ເຊີ່ງຜົນສາເຫດຫຼັກກໍ່ໃຫ້ເກີດອຸປະຕິເຫດທີ່ສ້າງຄວາມເສຍຫາຍທາງດ້ານຊັບສິນ, ຊີວິດ ແລະ ສຸຂະພາບ ໃຫ້ບັນດານ້ອງນັກຮຽນໄດ້ຮັບຮູ້, ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍດັ່ງກ່າວພ້ອມທັງເນັ້ນໜັກໃຫ້ນ້ອງນັກຮຽນທຸກຄົນຈົ່ງພ້ອມກັນນໍາເອົາຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງເພື່ອປ້ອງກັນຕົນເອງ ແລະ ຜູ້ຮ່ວມໃຊ້ລົດໃຊ້ຖະໜົນໃຫ້ມີຄວາມປອດໄພຈາກອຸປະຕິເຫດ.

About admins14