ພະແນກ ຍທຂ ແຂວງ ສ້າງແຜນກຳນົດຕຳແໜ່ງງານ

ເພື່ອເຮັດໃຫ້ວຽກງານການກຳນົດຕຳແໜ່ງງານ ພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແຂວງ ໃນຂອບເຂດທົ່ວປະເທດ ມີຄວາມຖືກຕ້ອງ, ຊັດເຈນ ແລະ ແທດເໝາະຕົວຈິງທີ່ສຸດ ໃນຕອນເຊົ້າຂອງວັນທີ 18 ມີນາ 2021 ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ  ໄດ້ຈັດກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກຂຶ້ນ ຢູ່ຫ້ອງປະຊຸມຂອງຕົນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ນຸ້ຍ ສັງວິບຸດ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວິໄຊ ພູມີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ມີຄະນະຈາກກະຊວງ ຍທຂ, ຫົວໜ້າຂະແໜງການ, ຄະນະຈັດຕັ້ງແຂວງ ແລະ ພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ທ່ານ ທິບພະໄທ ຈິດດາວົງ ຮອງຫົວໜ້າພະແນກ, ກົມຈັດຕັ້ງ ແລະ ພະນັກງານ ໄດ້ນຳສະເໜີກ່ຽວກັບ ກຳນົດຕຳແໜ່ງງານ ຕ້ອງດຳເນີນຕາມ 5 ຂັ້ນຕອນ ຄື: ກວດກາຄືນພາລະບົດບາດ ແລະ ກໍານົດເລກໝາຍໃສ່, ຈັດເປັນກຸ່ມວຽກ (ໃສ່ຊື່ກຸ່ມວຽກ) ແລະ ວິໄຈກຸ່ມວຽກ ອອກເປັນໜ້າວຽກຍ່ອຍ, ສັງລວມໜ້າວຽກທັງໝົດ ແລະ ແບ່ງໜ້າທີ່-ຄວາມຮັບຜິດຊອບ, ສັງລວມຈໍານວນຕໍາແໜ່ງງານ-ຈຳນວນຄົນ ແລະ ຂຽນໃບຕຳແໜ່ງງານ, ໂດຍມີຄາດໝາຍຈຳນວນຕຳແໜ່ງງານ ຄື ຄະນະພະແນກ 3-4 ຄົນ, ຂະແໜງຈັດຕັ້ງ-ບໍລິຫານ ແລະ ການເງິນ 6-9 ຄົນ, ຂະແໜງແຜນການ ແລະ ສະຖິຕິ 5-7 ຄົນ, ຂະແໜງກວດກາ 4-5 ຄົນ, ຂະແໜງຂົນສົ່ງ 13-17 ຄົນ, ຂະແໜງຂົວທາງ 15-21 ຄົນ, ຂະແໜງເຄຫາ ແລະ ຜັງເມືອງ 7-11 ຄົນ, ຂະແໜງນໍ້າປະປາ ແລະ ສຸຂາພິບານ 7-9 ຄົນ, ຂະແໜງທາງນໍ້າ 7-11 ຄົນ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ 15-23 ຄົນ, ຄະນະຫ້ອງການ ຍທຂ ຂັ້ນເມືອງແມ່ນ 2-3 ຄົນ, ໜ່ວຍງານ ບໍລິຫານ, ແຜນການ ແລະ ການເງິນ 3 ຄົນ, ໜ່ວຍງານ ຂົວທາງ ແລະ ເຄຫາ-ຜັງເມືອງ 3-4 ຄົນ, ໜ່ວຍງານ ຂົນສົ່ງ 3 ຄົນ.

ພ້ອມນີ້ ຍັງຈະໄດ້ຮັບຟັງການປຶກສາຫາລື ແລະ ປະກອບຄຳເຫັນຈາກຂະແໜງການກ່ຽວຂ້ອງ ໃນການກຳນົດຕຳແໜ່ງງານ ເພື່ອໃຫ້ແທດເໝາະກັບຄວາມຕ້ອງການ, ຖືກຕ້ອງ ຂອງແຕ່ລະຕຳແໜ່ງງານ.

About admins16