ພະແນກ ຍທຂ ແຂວງ ສະຫຼຸບວຽກງານປະຈຳປີ 2021

ກອງປະຊຸມ ສະຫຼຸບວຽກງານໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ປະຈຳປີ 2021 ແລະ ທິດທາງແຜນການ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ມັງກອນ 2022 ຢູ່ຫ້ອງປະຊຸມຂອງຕົນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄຊ ພູມີ ຫົວໜ້າພະແນກ ຍທຂ ແຂວງ, ມີພະນັກງານວິຊາການພາຍໃນພະແນກ ເຂົ້າຮ່ວມ.

ພະແນກ ຍທຂ ປະຈຳແຂວງບໍລິຄຳໄຊ ປະກອບມີ 7 ຂະແໜງການ, 1 ກອງຄຸ້ມຄອງ, ມີ 7 ຫ້ອງການ ຍທຂ ເມືອງ ມີພະນັກງານທັງໝົດ 155 ຄົນ ຍິງ 27 ຄົນ, ໄລຍະຜ່ານມາ ຄະນະພະແນກໄດ້ເອົາໃຈໃສ່ນຳພາ – ຊີ້ນຳ ວຽກງານຮອບດ້ານ ຂອງບັນດາຂະແໜງການທີ່ປີ່ນອ້ອມ ເຫັນວ່າ ມີຜົນສຳເລັດດີພໍສົມຄວນ ເຊິ່ງສະແດງອອກຄື: ຈັດຕັ້ງປະຕິບັດໂຄງການກໍ່ສ້າງຂົວຂ້າມແມ່ນ້ຳຂອງ ແຫ່ງທີ 5 ປາກຊັນ – ບຶງການ ໄດ້ 17,98% ລື່ນຄາດໝາຍ 5,54%, ສັນຍາກໍ່ສ້າງອາຄານດ່ານ ແລະ ທາງເຊື່ອມຕໍ່ ໄດ້ 26,38% ລື່ນຄາດໝາຍ 2,38%, ໂຄງການຂະຫຍາຍທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຊ່ວງແຂວງບໍລິຄຳໄຊ ຈຳນວນ 3 ສັນຍາ ກຳລັງຍື່ນສະເໜີຮັບຮອງແບບກໍ່ສ້າງ ແລະ ດຳເນີນການໂອນເງິນຜົນກະທົບງວດ 2, ສຳເລັດການກໍ່ສ້າງສ້ອມແປງໜ້າທາງປູອັດສະຟ້ານເສັ້ນທາງເທດສະບານເມືອງປາກຊັນ 1 ເສັ້ນທາງ 1 ຫາ 4 ແລະ ກຳລັງສືບຕໍ່ເສັ້ນທາງ 5, 6, 7.

ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນແຕ່ ທ່າດ່ານ ຫາ ປາກນ້ຳຊັນ ຄວາມຍາວ 1.520 ແມັດ ປະຕິບັດໄດ້ 61,53%, ແຕ່ສົ້ນຂົວນ້ຳຊັນ ຫາ ວັດບ້ານສີມຸງຄຸນ ຍາວ 500 ແມັດ ປະຕິບັດໄດ້ 5,31%, ຢູ່ບ້ານພະບາດໂພນສັນ ຍາວ 700 ແມັດ ປະຕິບັດໄດ້ 60,05%, ແຕ່ທ່າດ່ານ ຫາ ຫ້ວຍສຽດ ຍາວ 363 ແມັດ ໄດ້ 30,2%, ຢູ່ບ້ານບຸ່ງກວາງ ຍາວ 500 ແມັດ ປະຕິບັດໄດ້ 31,8%, ບ້ານທ່າໂພນສັນ 2 ຍາວ 150 ແມັດ ປະຕິບັດໄດ້ 35% ແລະ ອ້ອມຫ້ອງວ່າການເມືອງໄຊຈຳພອນ ໄລຍະ 2 ຄວາມຍາວ 100 ແມັດ ປະຕິບັດໄດ້ 10,2%, ພົ້ນເດັ່ນ ແມ່ນສຳເລັດໂຄງການກໍ່ສ້າງ –  ສ້ອມແປງຫ້ອງການດ່ານສາກົນປາກຊັນ, ປັບປຸງເດີ່ນເປຕັງ ແລະ ເດີ່ນດອກປີກໄກ່ແຂວງ ໃຫ້ເປັນສູນກັກກັນຕ້ານພະຍາດໂຄວິດ-19 , ໂຄງການກໍ່ສ້າງລະບົບນ້ຳປະປາ ແລະ ລະບົບລະບາຍນ້ຳ ເມືອງໄຊຈຳພອນ ປະຕິບັດໄດ້ 34,37%, ນ້ຳປະປາສຸຂາພິບານເມືອງປາກຊັນ ສຳເລັດ 99,88% ແລະ ເມືອງປາກກະດິງ ສຳເລັດ 100%.

ສຳລັບທິດທາງແຜນການ 2022 ແມ່ນຈະສຸມໃສ່ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຂອງແຂວງ ໃຫ້ບັນລຸຜົນເປັນຮູບປະທຳ ໃນໄລຍະ 2021-2023 ທີ່ໄດ້ກຳນົດເປັນ 31 ແຜນງານ ແລະ 50 ໂຄງການຫຼັກຂອງພະແນກ ຍທຂ ແຂວງ, ຄຽງຄູ່ກັບການສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາ ຍທຂ 5 ປີ 2021-2025 ຂອງພະແນກ ແລະ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕາມສາຍຕັ້ງ ແລະ ຂອງແຂວງ ເພື່ອຮັບປະກັນໃຫ້ບັນລຸໄດ້ຕາມໂຕຊີ້ວັດຂອງແຂວງ. ພ້ອມນີ້ ຍັງຈະໄດ້ຮັບຟັງບາງວຽກງານທີ່ພົ້ນເດັ່ນ ຈາກບັນດາເມືອງ ແລະ ຂະແໜງການກ່ຽວຂ້ອງໃນໄລຍະຜ່ານມາ.

About admins16