ພະແນກ ຊສ ແຂວງ ເຜີຍແຜ່ເຊື່ອມຊຶມ 4 ເອກະສານທີ່ສຳຄັນ

ໃນຕອນເຊົ້າຂອງວັນທີ 21 ມີນາ 2022 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແຂວງບໍລິຄຳໄຊ ຄົບຮອບ 38 ປີ ( 6 ມີນາ 1984 – 6 ມີນາ 2022) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ໃນທ້າຍສະຕະວັດທີ 19 ຈັກກະພັດລ່າເມືອງຂຶ້ນຝຣັ່ງ ໄດ້ເຂົ້າມາຮຸກຮານ – ປົກຄອງ ແລະ ປຸ້ນສະດົມປະເທດລາວ, ເລີ່ມແຕ່ເວລານັ້ນມາ ປະຊາຊົນລາວ ຢູ່ທຸກຫົນແຫ່ງຂອງປະເທດ ໄດ້ລຸກຂຶ້ນຕໍ່ສູ້ຢ່າງເນື່ອງນິດລຽນຕິດ, ຕໍ່ໜ້າສະພາບການດັ່ງກ່າວ ພັກຄອມມູນິດອິນດູຈີນ ໄດ້ວາງຍຸດທະສາດຫັນທິດການຕໍ່ສູ້.

ເດືອນ ຕຸລາ 1946 ໄດ້ມີກອງປະຊຸມຄະນະຕໍ່ຕ້ານເຂດຕາເວັນອອກທີ່ເມືອງວີງ ສສ ຫວຽດນາມ ແລະ ໄດ້ຕົກລົງແຕ່ງຕັ້ງ ຄະນະກຳມະການຕາເວັນອອກຂອງປະເທດລາວ ພ້ອມເປັນເອກະສັນກັນເລືອກຕັ້ງຄະນະຊີ້ນຳລວມ 5 ສະຫາຍ ໂດຍມີສະຫາຍ ໜູຮັກ ພູມສະຫວັນ ເປັນຫົວໜ້າ, ນັບແຕ່ນັ້ນມາ ແສງສະຫວ່າງຂອງການປະຕິວັດ ໄດ້ແຜ່ລັດສະໝີ ເຂົ້າມາເຂດຕາເວັນອອກເມືອງຄຳເກີດ ໂດຍສະເພາະເຂດເມືອງຈຳ ເຊິ່ງເປັນຈຸດກຳເນີດຂອງການປະຕິວັດຂອງແຂວງບໍລິຄຳໄຊ.

ຮອດປີ 1954 ໄດ້ສົມທົບກັບອາສາສະໝັກຫວຽດນາມ ປົດປ່ອຍນາແປ, ຫຼັກ 20, ຄຳເກີດ, ຫີນບູນ ແລະ ບ່ອນອຶ່ນໆ, ຕົ້ນປີ 1963 ສັດຕູໄດ້ທໍາການບຽດຢຶດເອົາເຂດແນວຫຼັງຂອງພວກເຮົາ ບໍລິເວນພູສູງຜາເມືອງນ້ອຍ ແລ້ວຢຶດຕັ້ງຢູ່ສາມສອກ, ປີ 1964 ຈັກກະພັດອາເມລິກາ ໄດ້ຂະຫຍາຍສົງຄາມຂຶ້ນສູ່ລະດັບສູງ ພວກເຮົາຖືກທຳລາຍທັງຊີວິດ, ຊັບສິນ ແລະ ສັດສາວາສິ່ງ ຢ່າງຮ້າຍແຮງ. ເດືອນຕຸລາ 1968 ສູນກາງພັກ ໄດ້ຍົກຖານະສະຫະເມືອງເກົ້າສິບ ຂຶ້ນເປັນແຂວງບໍລິຄຳໄຊ ຊຶ່ງມີຄວາມໝາຍ: ບໍລິ ໝາຍເຖິງເມືອງບໍລິຄັນ, ຄຳ ໝາຍເຖິງເມືອງຄໍາເກີດ ແລະ ໄຊ ໝາຍເຖິງໄຊຊະນະ.

ເພື່ອເຮັດໃຫ້ການຊີ້ນຳ – ນຳພາ ມີຄວາມສະດວກ ຕອບສະໜອງຮອງຮັບ 2 ໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກົມການເມືອງສູນກາງພັກ ໄດ້ມີມະຕິ ເລກທີ 03/ກມສພ, ລົງວັນທີ 6 ມີນາ 1984 ວ່າດ້ວຍການສ້າງຕັ້ງແຂວງບໍລິຄໍາໄຊ ເຊິ່ງລົງນາມໂດຍທ່ານ ໄກສອນ ພົມວິຫານ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບ ຊີ້ນຳແຂວງບໍລິຄຳໄຊ ໂດຍສະຫາຍ ບູນທອນ ລໍໄຊປັນຍາ ເປັນເຈົ້າແຂວງ ແລະ ມີຄະນະຈຳນວນໜຶ່ງ, ເລີ່ມແຕ່ນັ້ນເປັນຕົ້ນມາ ຄະນະນຳຂອງແຂວງກໍ່ໄດ້ອອກແຮງເຄື່ອນໄຫວຊີ້ນຳ – ນຳພາໃນທຸກຂົງເຂດວຽກງານ ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ.

ກອງປະຊຸມ ຍັງໄດ້ເຜີຍແຜ່ມະຕິ ເລກທີ 04/ຄບສພ, ລັງວັນທີ 30 ກັນຍາ 2021 ວ່າດ້ວຍການເພີ່ມທະວີ ການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ ເຊິ່ງໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນຂອງມະຕິດັ່ງກ່າວ ວ່າ: ເພື່ອຜັນຂະຫຍາຍເນື້ອໃນຈິດໃຈພື້ນຖານ ຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ລວມທັງຂົງເຂດວຽກງານພະນັກງານ, ກອງປະຊຸມຄົບຄະນະ ສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ທີ່ໄດ້ດຳເນີນໃນເດືອນມິຖຸນາ 2021 ໄດ້ຄົ້ນຄວ້າ ປຶກສາຫາລືຢ່າງເລິກເຊິ່ງ ກົງໄປກົງມາ ແລະ ມີຄວາມເປັນເອກະພາບສູງ ກ່ຽວກັບບັນຫາພະນັກງານ ແລະ ວຽກງານພະນັກງານໃນຊຸມປີຜ່ານໆມາ.

 ພ້ອມນີ້ ຍັງໄດ້ເຜີຍແຜ່ບົດໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ກ່ຽວກັບວຽກຈັດຕັ້ງທົ່ວປະເທດ ຄັ້ງທີ XI, ມະຕິເລກທີ 17/ຄປພ.ຂບຊ, ລົງວັນທີ 25 ມັງກອນ 2022 ແລະ ບົດໂອ້ລົມຂອງທ່ານ ເລຂາພັກແຂວງ – ເຈົ້າແຂວງບໍລິຄຳໄຊ ກ່ຽວກັບວຽກງານຈັດຕັ້ງ ກໍ່ສ້າງພັກ – ພະນັກງານ 5 ປີ ( 2016-2020 ).

About admins16