ພະແນກ ຊສ ແຂວງ ກຳນົດພະນັກງານນຳພາ-ຄຸ້ມຄອງ

ກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງບໍລິຄຳໄຊ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 21 ເມສາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກ ຊສ ແຂວງ, ມີຫົວໜ້າ-ຮອງຫົວໜ້າຂະແໜງ, ຄະນະຈັດຕັ້ງແຂວງ ແລະ ພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ.

ເພື່ອເປັນການເລືອກເຟັ້ນພະນັກງານ ທີ່ມີຄວາມຮູ້-ຄວາມສາມາດ ມີຄຸນນະພາບເຂົ້າໃນຕໍແໜ່ງງານນໍາພາ-ຄຸ້ມຄອງແຕ່ລະຂະແໜງ ໃຫ້ສອດຄອ່ງກັບວຽກງານ ໃນການສ້າງແຜນບໍາລຸງກໍ່ສາ້ງພະນັກງານ ແລະ ຊັບຊ້ອນເຂົ້າໃນຕາມໂຄງປະກອບຢ່າງເໝາະສົມ ການສ້າງແຜນກໍານົດພະນັກງານ ແມ່ນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກແຕ່ລະຂັ້ນຕາມຂອບເຂດສິດໃນການແບ່ງຂັ້ນຄຸ້ມຄອງພະນັກງານ ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ ຄົ້ນຄວ້າເປົ້າໝາຍເຂົ້າໃນແຜນກໍານົດພະນັກງານເປັນໝູ່ຄະນະ ແລະ ຕົກລົງຕາມສຽງສ່ວນຫຼາຍ ການສ້າງແຜນກໍານົດພະນັກງານ ຕ້ອງບົນພື້ນຖານກໍາແໜ້ນການເລັ່ງທວງຂອງໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານຂອງພັກ ແຜນພະນັກງານ ຕ້ອງເລີ່ມຈາກສະພາບຄວາມເປັນຈິງ ຂອງຖັນແຖວພະນັກງານ ຮັບປະກັນລັກສະນະເປີດກວ້າງ ແລະ ຄວາມຖືກຕ້ອງໂປ່ງໃສ ພາວະວິໄສ ຮອບດ້ານ ຍຸຕິທໍາ ຄໍານຶງເຖິງໂຄງປະກອບເພດ ເຜົ່າ ແລະ ເລັ່ງໃສພະນັກງານໜຸ່ມ ໃຫ້ກວາມອັດຕາສ່ວນຫຼາຍ.

ນອກນັ້ນ ຍັງໄດ້ຮັບຟັງມະຕິກົມການເມືອງສູນກາງພັກ ເລກທີ່ 030/ກວສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນໍາພາ-ຄຸ້ມຄອງ ແລະ ດຳລັດ ເລກທີ 461/ລບ, ລົງວັນທີ 9 ຕຸລາ 2012 ວ່າດ້ວຍມາດຕະຖານຕຳແໜ່ງບໍລິຫານ ຂອງລັດຖະກອນແຫ່ງ ສປປ ລາວ. ກອງປະຊຸມ ຍັງຈະໄດ້ດຳເນີນການທາບທາມ ໃນການກຳນົດພະນັກງານນຳພາ-ຄຸ້ມຄອງ 3 ຮອບ ແລະ ຈະໃຊ້ເວລາ 2 ວັນຈຶ່ງຈະສໍາເລັດ.

About admins16