ພະແນກໂຍທາທິການ ແລະ ຂົນແຂວງ ປະເມີນພະນັກງານ-ລັດຖະກອນ ປະຈຳປີ 2021

ໃນຕອນບ່າຍຂອງວັນທີ 24 ພະຈິກ 2021 ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຈັດກອງປະຊຸມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2021 ຂຶ້ນ ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄຊ ພູມີ ກຳມະການພັກແຂວງ ຫົວໜ້າພະແນກ ຍທຂ ແຂວງ, ມີຄະນະພະແນກ ແລະ ພະນັກງານ-ລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ທ່ານປະທານ ໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ສຳຄັນຂອງດຳລັດ 300/ລບ ວ່າ: ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ກໍ່ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນຢ່າງເປັນລະບົບ, ຖືກຕ້ອງ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຮັບປະກັນຄວາມເປັນເອກະພາບ ແລະ ຖືກຕ້ອງກັບຄວາມເປັນຈິງ ແນໃສ່ເຮັດໃຫ້ວຽກງານການປະເມີນຜົນ ແລະ ຄຸ້ມຄອງຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ການປະເມີນນີ້ມີ 2 ແບບ ຄື: ການປະເມີນຜົນປົກກະຕິ ແມ່ນການຕີລາຄາຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເປັນປະຈຳໜຶ່ງປີ ຕໍ່ໜຶ່ງຄັ້ງ ແລະ ການປະເມີນຜົນສະເພາະ ແມ່ນການຕີລາຄາກ່ອນການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່, ກ່ອນຍົກຍ້າຍໄປຮັບໜ້າທີ່ໃໝ່ ແລະ ກ່ອນສິ້ນສຸດ ຫຼື ພາຍຫຼັງສຳເລັດການປະຕິບັດໜ້າທີ່ວຽກງານໃດໜຶ່ງ ໂດຍມີມາດຖານວັດແທກ ແລະ ລະດັບການປະເມີນຜົນ 3 ເນື້ອໃນຄື: ດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ດ້ານຄວາມຮູ້ຄວາມສາມາດ ແລະ ປະສົບການ, ດ້ານຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານ ເຊິ່ງຕ້ອງໄດ້ແຕ່ງຕັ້ງຄະນະຊີ້ນຳ ຄະນະວິຊາການປະເມີນຜົນໃນການດຳເນີນ, ສຳລັບເງື່ອນໄຂຂອງຜູ້ຖືກປະເມີນຕ້ອງເປັນລັດຖະກອນສົມບູນ ທີ່ປະຈຳການຢູ່ພາຍໃນ, ປະຈຳການປົກກະຕິຢ່າງໜ້ອຍ 9 ເດືອນ ຂອງຮອບການປະເມີນ ກ່ອນການແຕ່ງຕັ້ງ, ກ່ອນການຍົກຍ້າຍ ຫຼື ສຳເລັດວຽກງານໃດໜຶ່ງ ແລະ ບໍ່ຢູ່ໃນໄລຍະຖືກມາດຕະການທາງວິໄນ. ດຳລັດສະບັບນີ້ມີທັງໝົດ 7 ໝວດ 2 ມາດຕາ.

ໃນພິທີ ຍັງໄດ້ເຜີຍແຜ່ຄຳແນະນຳ ຂອງກະຊວງພາຍໃນ ເລກທີ 06/ພນ ລົງວັນທີ 02 ພຶດສະພາ 2018 ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ.

ຈາກນັ້ນ ໄດ້ມີການດຳເນີນການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນພາຍໃນພະແນກ ເພື່ອເປັນການຕີລາຄືນເຖິງຜົນງານຂອງຕົນການຈັດຕັ້ງປະຕິບັດໃນໄລະຍະຜ່ານມາ.

About admins16