ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ປະກາດການຈັດຕັ້ງພະນັກງານນຳພາ

ພິທີປະກາດພະນັກງານນຳພາ, ຄຸ້ມຄອງ ອອກພັກການ – ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງຫົວໜ້າ – ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 14 ມິຖຸນາ 2022 ຢູ່ຫ້ອງຫ້ອງປະຊຸມຂອງພະແນກ ຮສສ ແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 329/ຂບຊ ລົງວັນທີ 14 ມິຖຸນາ 2022 ວ່າດ້ວຍການອະນຸມັດໃຫ້ ທ່ານ ລຳເງິນ ສາຍນໍລາດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ອາຍຸກະສຽນໄດ້ 58 ປີ ອອກພັກຜ່ອນ – ຮັບອຸດໜູນບຳນານ ນັບແຕ່ວັນທີ 01 ກໍລະກົດ 2022 ເປັນຕົ້ນໄປ ລວມອາຍຸການໄດ້ 37 ປີ.

ຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 328/ຂບຊ ລົງວັນທີ 13 ມິຖຸນາ 2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ແສງເພັດ ມູນລະໄມ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 302/ຂບຊ ລົງວັນທີ 06 ມິຖຸນາ 2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ອຸດອນ ຄຳພຽນ ເປັນຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.

ທ່ານເຈົ້າແຂວງ ໄດ້ໂອ້ລົມ ແລະ ຊີ້ນຳໃນຫຼາຍວຽກງານ ເຊິ່ງທ່ານໄດ້ເວົ້າວ່າ ການຍົກຍ້າຍ ແຕ່ງຕັ້ງຂອງພະນັກງານລັດຖະກອນ ເປັນວຽກງານປົກກະຕິ ແລະ ຕາມການຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ສຶກສາອົບການເມືອງ – ແນວຄິດ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານ ໃຫ້ເລິກເຊີ່ງກວ້າງຂວາງ, ກຳແໜ້ນໃຫ້ໄດ້ເຖິງສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນ ໃນການເປັນເສນາທິການໃຫ້ແກ່ໃນການນຳ, ຕັ້ງໜ້າຍົກລະດັບພະນັກງານໃນການຊອກຮູ້ຮ່ຳຮຽນທາງດ້ານວິຊາສະເພາະ, ຍົກສູງຄວາມເປັນແບບຢ່າງນໍາໜ້າທາງດ້ານຄຸນທາດການເມືອງ, ມີແບບແຜນການນໍາພາ, ຮັກສາຄວາມສາມັກຄີເປັນເອກະພາບ ບົນຫຼັກການລວມສູນປະຊາທິປະໄຕ ແລະ ຮັບປະກັນໄດ້ໃນຄວາມຮັບຊອບຂອງຕົນ ທີ່ໄດ້ຮັບມອບໝາຍ.

About admins16