ພະແນກແຜນການ ໄດ້ຮັບນາມມະຍົດກຳມະບານ 5 ເປັນເຈົ້າ ແລະ ແມ່ຍິງ 3 ດີ

ໃນວັນທີ 16 ມີນາ 2021 ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ໄດ້ຈັດພິທີເຜີຍແຜ່ເຊື່ອມຊືມ ມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ VIII ແລະ ພິທີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 111 ປີ, ມອບໃບຢັ້ງຢືນ ກຳມະບານ 5 ເປັນເຈົ້າ ແລະ ແມ່ຍີງ 3 ດີ ຂຶ້ນ ເປັນກຽດເຂົ້າຮ່ວມຂອງທ່ານ ໄຊອຳພອນ ສີຫາວົງ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ມີສະມາຊິກກຳມະບານ, ແມ່ຍິງເຂົ້າຮ່ວມ.

ໃນກອງປະຊູມໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງໃຫຍ່ VIII ໂດຍກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ , ພິຈາລະນາ ແລະ ເປັນເອກະສັນກັນຮັບຮອງເອົາວຽກງານສຳຄັນ ຄື: ຮັບຮອງເອົາບົດລາຍງານການເມືອງ ໃນການຈັດຕັ້ງປະຕິບັດກອງປະຊຸມຜູ້ແທນກຳມະບານລາວ ທົ່ວປະເທດຄັ້ງທີ VII, ບົດຮຽນໃນການນຳພາ-ຊີ້ນຳ ແຕ່ປີ 2015-2020, ຮັບຮອງທິດທາງແຜນການ 5 ປີໃນຕໍ່ໜ້າ, ຮັບຮອງເອົາບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ VII

ເປັນເອກະສັນພິຈາລະນາຮັບຮອງເອົາກົດລະບຽບ ສະໄໝທີ VIII ແລະ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຊຶ່ງໄດ້ມີການປັບປຸງເນື້ອໃນຈຳນວນໜຶ່ງ ໃຫ້ສອດ່ອງກັນກັບສະພາຄວາມເປັນຈີງ ພ້ອມນັ້ນ ຜູ້ແທນກອງປະຊູມໃຫຍ່ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລຶອກຕັ້ງເອົາຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ VIII ຈຳນວນ 57 ສະຫາຍ, ຍິງ 11 ສະຫາຍ ແລະ ເປັນເອກະສັນກັນເລືອກເອົາ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ VIII, ສະຫາຍ ພອນສານ ວິໄລເມັ້ງ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ອາລິຍາວັນ ອັກຄະວົງ ແລະ ສະຫາຍ ວົງໄລ ວົງຂະເສີມ ເປັນຮອງປະທານ.

ຫຼັງຈາກນັ້ນກໍ່ໄດ້ມີການຫວນຄືນ ມູນເຊື້ອວັນແມ່ຍິງສາກົນ ທີ່ໄດ້ກຳເນີດເກີດຂຶ້ນໃນທ່າມກາງສະພາບການຂະຫຍາຍຕົວເສດຖະກິດ ຂອງພວກສັກດີນາ ແລະ ພວກນາຍທຶນຂະຫຍາຍຕົວ ແຕ່ແມ່ຍິງ ຍີ່ງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ດ້ວຍສະພາບການດັ່ງກ່າວ ໃນວັນທີ 8 ມີນາ 1908 ແມ່ຍິງຈຳນວນ 15.000 ຄົນ ໄດ້ເດີນຂະບວນຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາໃນການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງ ການເດີນຂະບວນຄັ້ງນີ້ພາຍໃຕ້ຄຳຂວັນ ເຂົ້າຈີ່ ແລະ ດອກກຸຫຼາບ, ມາເຖິງປີ 1910 ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນຫຼວງປະເທດເດນມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດເຂົ້າຮ່ວມ, ກອງປະຊຸມໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕຄືກັນກັບຜູ້ຊາຍ, ທວງໃຫ້ແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປັກປັກຮັກສາສັນຕິພາບໂລກ. ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງກາຍເປັນວັນແມ່ຍິງສາກົນ.

ຫຼັງຈາກນັ້ນກໍ່ໄດ້ມີພິທີມອບໃບຢັ້ງຢືນ 5 ເປັນເຈົ້າ ປະຈຳປີ 2020 ໃຫ້ຮາກຖານກຳມະບານພະແນກແຜນການ ແລະ ການລົງທຶນ ແລະ ໃບຢັ້ງຢືນ 3 ດີ ປະຈຳປີ 2020 ໃຫ້ສະຫາພັນແມ່ຍິງຮາກຖານ ພະແນກແຜນການ ແລະ ການລົງທຶນ ແລະ ສູນສະຖິຕິປະຈຳແຂວງ ໃຫ້ກຽດມອບໂດຍ ສະຫາຍ ໄຊອຳພອນ ສີຫາວົງ.

About admins14