ພະແນກແຜນການ ແລະ ການລົງທຶນແຂວງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກແຜນການ ແລະ ການລົງທຶນ ແຂວງບໍລຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 05 ກໍລະກົດ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບົວຄຳ ວິລະວົງ ຮອງຫົວໜ້າກົມຈັດຕັ້ງກະຊວງແຜນການ ແລະ ການລົງທຶນ, ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສູນສະຖິຕິປະຈຳແຂວງ, ຄະນະຈັດຕັ້ງແຂວງ ແລະ ພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງພະແນກແຜນການ ແລະ ການລົງທຶນ ໄລຍະຜ່ານມາວ່າ: ໂດຍປະຕິບັດຕາມແຈ້ງການແນະນຳ ຂອງຄະນະຈັດຕັ້ງແຂວງ ເລກທີ 1088/ຄຈ.ຂບຊ ລົງວັນທີ 16 ພະຈິກ 2020 ກ່ຽວກັບສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນທົ່ວແຂວງ ພະແນກແຜນການ ແລະ ການລົງທຶນແຂວງ ໄດ້ຈັດຕັ້ງເພື່ອຜັນຂະຫຍາຍມະຕິສະບັບເລກທີ 032/ກມສພ ໃຫ້ໄດ້ຮັບຜົນດີ ແລະ ທັງເປັນບ່ອນອີງໃຫ້ຄະນະພັກ ຄະນະນຳພະແນກໃນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນສະເພາະໜ້າ ແລະ ຍາວນານ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ສ້າງໃຫ້ໄດ້ແຜນກຳນົດພະນັກງານທີ່ມີຄຸນນະພາບ ແລະ ສາມາດເປັນໄປໄໄດ້ໃນການຈັດຕັ້ງປະຕິບັດຕົວຈິງເພື່ອເປັນບ່ອນອີງໃນການຂຶ້ນແຜນບຳລຸງ-ກໍ່ສ້າງ ການສັບຊ້ອນຈັດວາງພະນັກງານເຂົ້າແຕ່ລະຕຳແໜງງານຕາມຄວາມເໝາະສົມ.

ສຳລັບສູນສະຖິຕິປະຈຳແຂວງ ກໍ່ໄດ້ເຄື່ອນໄຫວຕາມໜ້າທີ່ ພາລະບົດບາດທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງສະບັບເລກທີ 0729/ຜທ, ລົງວັນທີ 15 ພຶດສະພາ 2012 ເຊິ່ງປະກອບມີ 3 ຂະແໜງຄື: ຂະແໜງບໍລິຫານ-ສັງລວມ, ຂະແໜງສະຖິຕິເສດຖະກິດ ແລະ ຂະແໜງສະຖິຕິສັງຄົມ ມີພະນັກງານ 12 ສະຫາຍ ຍິງ 7 ສະຫາຍ.

ນອກນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ ມະຕິກົມການເມືອງສູນກາງພັກ ເລກທີ່ 032/ກມສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ່ 292/ຄຈສພ ລົງວັນທີ່ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດມະຕິ ເລກທີ່ 032/ກມສພ, ມະຕິກົມການເມືອງສູນກາງພັກ ເລກທີ່ 030/ກວສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນໍາພາ-ຄຸ້ມຄອງ ແລະ ດຳລັດ ເລກທີ 461/ລບ, ລົງວັນທີ 9 ຕຸລາ2012 ວ່າດ້ວຍມາດຕະຖານຕຳແໜ່ງບໍລິຫານ ຂອງລັດຖະກອນແຫ່ງ ສປປ ລາວ ພ້ອມນີ້ ຍັງຈະໄດ້ດຳເນີນການທາບທາມ ຈຳນວນ 3 ຮອບ ແລະ ຈະໃຊ້ເວລາ 2 ວັນຈຶ່ງຈະສຳເລັດ.

About admins16