ພະແນກສຶກສາແຂວງບໍລິຄໍາໄຊ ຕີລາຄືນວຽກງານກໍ່ສ້າງຮາກຖານຕາມສາຍຕັ້ງ ຊຸດທີ II

ໃນຕອນເຊົ້າຂອງວັນທີ 22 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດກອງປະຊຸມຖອດຖອນບົດຮຽນຄືນວຽກງານກໍ່ສ້າງຮາກຖານຕາມສາຍຕັ້ງ ຂະແໜງການສຶກສາທິການ ແລະ ກິລາ ຊຸດທີ II ໂດຍການເປັນປະທານ ຂອງ ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ພະນັກກໍ່ສ້າງຮາກຖານຕາມສາຍຕັ້ງ, ຫົວໜ້າຂະແໜງ ແລະ ຜູ້ແທນກອງປະຊຸມ ເຂົ້າຮ່ວມຈໍານວນ 44 ທ່ານ.

ກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບວຽກງານກໍ່ສ້າງຮາກຖານຕາມສາຍຕັ້ງ ຂະແໜງການສຶກສາທິການ ແລະ ກິລາ ຊຸດທີ II ປະຈໍາສົກຮຽນ 2021 – 2022, ໃນຊຸດທີ II ນີ້ ມີພະນັກງານລົງຮາກຖານຕາມສາຍຕັ້ງ ທັງໝົດ 38 ທ່ານ, ຍິງ 10 ທ່ານ, ໃນນີ້ ມີຄະນະຮັບຜິດຊອບຊີ້ນໍາລວມ 10 ທ່ານ, ຍິງ 2 ທ່ານ, ຄະນະກອງເລຂາ 8 ທ່ານ, ຍິງ 3 ທ່ານ, ຜູ້ລົງກໍ່ສ້າງຮາກຖານປະຈຳຢູ່ ໂຮງຮຽນມີ 13 ທ່ານ, ຍິງ 4 ທ່ານ ແລະ ປະຈຳຢູ່ຫ້ອງການສຶກສາທິການ ແລະ ກິລາເມືອງ 7 ທ່ານ, ຍິງ 1 ທ່ານ.

ການລົງກໍ່ສ້າງຮາກຖານຕາມສາຍຕັ້ງໃນຄັ້ງນີ້ ປະກອບມີ 10 ໂຮງຮຽນ ( ອະນຸບານ 1 ແຫ່ງ, ປະຖົມ 1 ແຫ່ງ, ມັດທະຍົມສຶກສາຕອນຕົ້ນ 3 ແຫ່ງ, ມັດທະຍົມສຶກສາສົມບູນ 5 ແຫ່ງ ) ແລະ 7 ກຸ່ມໂຮງຮຽນ ( ກຸ່ມໂຮງຮຽນປະຖົມ 6 ກຸ່ມ ແລະ ກຸ່ມໂຮງຮຽນມັດທະຍົມ 1 ກຸ່ມ).

ການປະຕິບັດ 15 ຄາດໝາຍຂັ້ນແຂວງ ສາມາດບັນລຸ 8 ຄາດໝາຍ, 3 ຄາດໝາຍທີ່ມີຄວາມກ້າວໜ້າແຕ່ບໍ່ບັນລຸ ແລະ 4 ຄາດໝາຍທີ່ບໍ່ມີຄວາມກ້າວໜ້າ ແລະ ທົດຖອຍ, ເມືອງປາກຊັນ: ສາມາດບັນລຸໄດ້ 10 ຄາດໝາຍ, ບໍ່ບັນລຸ 2 ຄາດໝາຍ ,ເມືອງທ່າພະບາດ ສາມາດບັນລຸໄດ້ 9 ຄາດໝາຍ, ບໍ່ສາມາດບັນລຸ 4 ຄາດໝາຍ, ເມືອງປາກກະດິງ ສາມາດບັນລຸໄດ້ 10 ຄາດໝາຍ, 4 ຄາດໝາຍໃກ້ຈະບັນລຸ, ເມືອງບໍລິຄັນ ສາມາດບັນລຸໄດ້ 3 ຄາດໝາຍ, 2 ຄາດໝາຍໃກ້ຈະບັນລຸ, ເມືອງຄຳເກີດ ສາມາດບັນລຸໄດ້ 2 ຄາດໝາຍ, 3 ຄາດໝາຍໃກ້ຈະບັນລຸ, ເມືອງວຽງທອງ ສາມາດບັນລຸໄດ້ 3 ຄາດໝາຍ ແລະ 12 ຄາດໝາຍ ບໍ່ບັນລຸ, ສ່ວນເມືອງໄຊຈຳພອນ ສາມາດບັນລຸໄດ້ 7 ຄາດໝາຍ 3 ຄາດໝາຍໃກ້ຈະບັນລຸ.

About admins16