ພະແນກສຶກສາທິການ ແລະ ກິລາແຂວງ ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VI

ໃນວະຫວ່າງວັນທີ 3-4 ກຸມພາ 2022 ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ VI ໃຫ້ຜູ້ບໍລິຫານການສຶກສາຢຸູ່ຂັ້ນເມືອງ 7 ຕົວເມືອງ ທົ່ວແຂວງບໍລິຄໍາໄຊ.

ຈາກການລາຍງານຂອງຄະນະຮັບຜິດຊອບລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງໃຫ້ຮູວ່າ: ການລົງເຜີຍແຜ່ໃນຄັ້ງນີ້ ແມ່ນແບ່ງອອກເປັນ 4 ທີມງານ ຄື: ທີມງານທີ່ 1 ແມ່ນນໍາພາໂດຍ ສະຫາຍ ລົມ ແພງສຸກ ເລຂາຄະນະພັກຮາກຖານ ແລະ ສະຫາຍ ບຸນມະນີ ສຸລິວົງ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ພ້ອມທີມງານຈໍານວນ 4 ສະຫາຍຮັບຜິດຊອບລົງເມືອງ ປາກຊັນ ແລະ ເມືອງບໍລິຄັນ, ທີມງານທີ 2 ແມ່ນນໍາພາໂດຍ ສະຫາຍ ໂພເພັດ ກຸນນາວົງ ຮອງເລຂາຄະນະພັກຮາກຖານ ແລະ ສະຫາຍ ສົມຫວັງ ພົມແສງສຸລິນ ຮອງປະທານກວດກາຄະນະພັກຮາກຖານ ພ້ອມທີມງານຈໍານວນ 4 ສະຫາຍລົງເມືອງຄໍາເກີດ ແລະ ໄຊຈໍາພອນ, ທີມທີ 3 ແມ່ນນໍາພາໂດຍ ສະຫາຍ ຄໍາເພັດ ໄຊປັນຍາ ປະທານກວດກາຄະນະພັກຮາກຖານ ແລະ ສະຫາຍ ປອ ດາວເຮືອງ ກອງສົມບັດ ຄະນະພັກຮາກຖານພະແນກສຶກສາພ້ອມທີມງານຈໍານວນ 4 ສະຫາຍ ລົງເມືອງປາກກະດິງ ແລະ ເມືອງວຽງທອງ ແລະ ທີມທີ 4 ແມ່ນນໍາພາໂດຍ ສະຫາຍ ນາງ ຄໍາຮັກ ໄລວັນ ຄະນະພັກຮາກຖານ ແລະ ສະຫາຍ ບຸນມະນີ ສຸລິວົງ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ພ້ອມທີມງານຈໍານວນ 4 ສະຫາຍຮັບຜິດຊອບລົງເມືອງທ່າພະບາດ.

ໃນການລົງຄັ້ງນີ້ ແຕ່ລະທີມງານຈະໄດ້ຮັບຟັງການລາຍງານຂອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທັງ 7 ຕົວເມືອງກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາໃນໄລຍະຜ່ານມາພາຍໃນເມືອງຂອງຕົນ, ຜ່ານບົດລາຍງານຫຍໍ້ຜົນສໍາເລັດການຈັດຕັ້ງນໍາພາ – ຊີ້ນໍາຂອງຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ຮັບຟັງການໂອ້ລົມມີຄໍາເຫັນຊີ້ນໍາຂອງຄະນະພັກຮາກຖານພະແນກສຶກສາ ເປັນຕົ້ນແມ່ນ: ການປັບປຸງລະບົບການຈັດຕັ້ງ ແລະ ຍົກສູງພາລະບົດບາດການນໍາພາຕາມ 7 ໜ້າວຽກຂອງຜູ້ບໍລິຫານການສຶກສາ, ການເກັບກໍາສະຖິຕິຄູເຫຼືອບໍ່ພໍ, ການຊັບຊ້ອນພາຍໃນເມືອງ, ການປຸກລະດົມພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນມັດທະຍົມເຂົ້າຮັບການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19, ການເອົາໃຈໃສ່ປະຕິບັດມາດຕະການການປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ເນື່ອງໃນໂອກາດການລົງໃນຄັ້ງນີ້ແຕ່ລະທີມງານຍັງໄດ້ລົງຕິດຕາມ, ກວດກາ ແລະ ຊຸກຍູ້ການປະຕິບັດມາດຕະການການປ້ອງກັນພະຍາດໂຄວິດ-19 ແລະ ການຈັດການຮຽນ-ການສອນຢູ່ບາງໂຮງຮຽນຂອງແຕ່ລະເມືອງ.

About admins16