ພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ສໍາເລັດກອງປະຊຸມຄວາມຮູ້ພື້ນຖານໃນການປ້ອງກັນພະຍາດໂຄວິດ-19

ເພື່ອເປັນການປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ -19 ໃນສະຖານການສຶກສາ ໃນຕອນເຊົ້າຂອງວັນທີ 13 ມັງກອນ 2022 ຢູ່ຫ້ອງປະຊຸມສູນໄອຊີທີ ຂອງແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຂື້ນ ໃນຫົວຂໍ້: ການແນະນໍາວຽກງານອະນາໄມ, ຂ້າເຊື້ອ ແລະ ການປ້ອງກັນພະຍາດໂຄວິດ-19 ໂດຍການເປັນປະທານຂອງທ່ານ ນາງ ຄໍາຮັກ ໄລວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຫົວໜ້າຂະແໜງ – ຮອງຫົວໜ້າຂະແໜງ, ຜູ້ອໍານວຍການໂຮງຮຽນ ທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍສູນ ທີ່ຂື້ນກັບພະແນກສຶກສາທິການ ແລະ ກິລາແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ນໍາສະເໜີແຈ້ງການຂອງກະຊວງສາທາລະນະສຸກ ເລກທີ 137/ກອສ ລົງວັນທີ 16 ເມສາ 2020 ວ່າດ້ວຍການເຮັດອະນາໄມ ແລະ ຂ້າເຊື້ອ ຢູ່ສູນຈໍາກັດບໍລິເວນ ພາຍຫຼັງໄດ້ປິດການບໍລິການ, ຄໍາແນະນໍາ ເລກທີ 138/ກອສ ລົງວັນທີ 16 ເມສາ 2020 ສໍາລັບເຮືອນດີ ແລະ ງານປະນາກິດສົບ, ຂໍ້ແນະນໍາ ເລກທີ 538/ກອສ ລົງວັນທີ 17 ເມສາ 2020 ການປະຕິບັດຫຼັກອະນາໄມ ແລະ ຂ້າເຊື້ອສໍາລັບສູນຈໍາກັດບໍລິເວນຫຼັງຈາກປິດບໍລິການ, ແຈ້ງການເລກທີ 125/ກອສ ລົງວັນທີ 4 ເມສາ 2020 ວ່າດ້ວຍຫຼັກການອະນາໄມ ແລະ ການຂ້າເຊື້ອຊາກສົບ ຂອງຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ແລະ ແຈ້ງການຂອງຄະນະສະເພາະກິດຂັ້ນແຂວງ ເລກທີ່ 39/ສພກ.ຂບຊ ລົງວັນທີ 22 ຕຸລາ 2021 ວ່າດ້ວຍ ການຍົກລະດັບການອະນາໄມ ແລະ ຂ້າເຊື້ອ ເພື່ອປ້ອງກັນພະຍາດໂຄວິດ-19 ພາຍໃນສໍານັກງານກົມກອງຂອງຕົນ.

ກອງປະຊຸມ ຍັງໄດ້ນຳສະເໜີຄວາມຮູ້ພື້ນຖານ ກ່ຽວກັບການສຳພັດໄກ້ຊິດ ບຸກຄົນທີ່ມີປະຫວັດການສຳຜັດກັບກໍລະນີຢັ້ງຢືນຕິດເຊື້ອໃນໄລຍະ 2 ມື້ກ່ອນໜ້າ ແລະ ພາຍຫຼັງ 14 ມື້ຈາກກໍລະນີຢັ້ງຢືນຕິດເຊື້ອ ຕາມຂໍ້ໃດໜຶ່ງຄື: ໄດ້ໃກ້ຊິດແບບເຊິ່ງໜ້າກັບຜູ້ຕິດເຊື້ອ ໃນໄລຍະ 1 ແມັດ, ໃຊ້ເວລາ 15 ນາທີ, ໄດ້ສຳຜັດຮ່າງກາຍໂດຍກົງກັບຜູ້ຕິດເຊື້ອ ເຊັ່ນ: ຈັບມື, ກອດ, ຫອມແກ້ມ ອື່ນໆ, ໄດ້ເບິ່ງແຍງຜູ້ຕິດເຊື້ອໂດຍບໍ່ໄດ້ໃສ່ເຄື່ອງປ້ອງກັນຕົນເອງທີ່ເໝາະສົມ, ໄດ້ຮ່ວມເດີນທາງກັບຜູ້ຕິດເຊື້ອ ເຊັ່ນ: ໄດ້ນັ່ງຢູ່ແຖວໜ້າ, ແຖວຫຼັງ ຫຼື ທາງຂ້າງ, ໄດ້ໄກ້ສິດກັບຜູ້ຕິດເຊື້ອທີ່ມາກິນເຂົ້່າຢູ່ຮ້ານອາຫານດຽວກັນແບບບໍ່ໄດ້ປ້ອງກັນ, ໄດ້ເຂົ້າຮ່ວມງານທາງສາດສະໜາ, ງານສົບ, ງານດອງ, ບຸນເຮືອນ, ງານມັດແຂນ, ງານກິນເຂົ້າຊຸມແຊວ, ງານລ້ຽງສ້າງສັນ, ງານກິລາ, ຄອນເສີດ ແລະ ງານອື່ນໆ ທີ່ມີຜູ້ຕິດເຊື້ອຮ່ວມຢູ່ໃນງານນັ້ນ.

ມາດຕະການຕິດຕາມຜູ້ສຳພັດໃກ້ຊິດ, ສະຖານທີ່ອະນາໄມ, ຂ້າເຊື້ອ ແລະ ປ້ອງກັນການຕິດເຊື້ອ COVID-19, ຂໍ້ແນະນໍາມາດຕະການຂ້າເຊື້ອປ້ອງກັນພະຍາດໂຄວິດ-19, ທາງເລືອກໃນການອະນາໄມ, ຂ້າເຊື້ອເພື່ອປ້ອງກັນ, ຫຼັກການອະນາໄມ ແລະ ຂ້າເຊື້ອເພື່ອປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດທີ່ເກີດຈາກຈຸລະໂລກ ສາຍພັນໃໝ່ COVID-19, ຂັ້ນຕອນ ການກະກຽມກ່ອນການປະຕິບັດງານ, ການເລືອກໃຊ້ເຄມີ ແລະ ອຸປະກອນຂ້າເຊື້ອ, ການນຳໃຊ້ Haiter ທີ່ມີ chlorine 5-6% , ການນໍາໃຊ້ນໍ້າຢາເດັດຕອລ Cholroxylenol 4,8 % (48 mg/L), ການນໍາໃຊ້ເດັດຕອລ ແບບສະເປ, ການນໍາໃຊ້ນໍ້າເຫຼົ້າ 70%, 75%, 90 %, ການນຳໃຊ້ແສງ UV Sterilizer, Ozon Sterilizer, ການນຳກລໍຣີນ, ການນໍາໃຊ້ຢາຄຼໍລີນມີ ຊະນິດເປັນຝຸ່ນ, ເມັດ, ແກັດສ ແລະ ຊະນິດນໍ້າ, ການເລືອກໃຊ້ສານເຄມີ, ຂັ້ນຕອນການອະນາໄມ ແລະ ຂ້າເຊື້ອ.

About admins16