ພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ຈັດກອງປະຊຸມທາງໄກຮ່ວມກັບບັນດາຫ້ອງການສຶກສາທິການ ແລະ ກິລາເມືອງ

ເພື່ອເປັນການລາຍງານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈໍາສົກຮຽນປີ 2021-2022 ຂອງສາຍສາມັນສຶກສາ ໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ໃນຕອນເຊົ້າຂອງວັນທີ 8 ທັນວາ 2021 ຢູ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມທາງໄກ ແບບອອນລາຍໂດຍຜ່ານເຄື່ອງເອເລັກໂຕນິກ ພາຍໃຕ້ການເປັນປະທານຂອງທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 7 ຕົວເມືອງ, ຫົວໜ້າຂະແໜງ, ຫົວໜ້າສູນ, ຜູ້ອໍານວຍການໂຮງຮຽນທີ່ຂື້ນກັບ ພ້ອມດ້ວຍວິທະຍາໄລພາກເອກະຊົນ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານ ຂອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທັງ 7 ຕົວເມືອງ ໄດ້ໃຫ້ຮູ້ວ່າ: ປະຈຸບັນ ນັກຮຽນສາຍສາມັນສຶກສາແຕ່ຊັ້ນ( ມ1-ມ7) ທົ່ວແຂວງມີທັງໝົດ: 24747 ນ້ອງ, ຍິງ 12032 ນ້ອງ, ໃນການຈັດຕັ້ງການຮຽນ-ການສອນໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແມ່ນມີຫຼາຍເມືອງທີ່ໄດ້ຈັດການຮຽນ-ການສອນດ້ວຍຫຼາຍຮູບແບບ ເຊັ່ນ: ແບບຮຽນເຊິ່ງໜ້າ, ແບບຮຽນອອນໄລ ແລະ ແບບຮຽນເອົາວຽກບ້ານເມືອເຮັດຢູ່ເຮືອນ, ສ່ວນເມືອງໃດ, ບ້ານໃດ ທີ່ບໍ່ມີການລະບາດຂອງເຊື້ອພະຍາດ ແມ່ນເປີດຮຽນ ແບບເຊິ່ງໜ້າ, ເມືອງໃດ, ບ້ານໃດ ທີ່ມີພະຍາດລະບາດແມ່ນຮຽນແບບອອນໄລ ແລະ ເອົາວຽກບ້ານເມືອເຮັດຢູ່ເຮືອນ, ມີການຕິດຕາມ, ກວດກາຂອງຄູປະຈໍາວິຊາໃຫ້ຄະແນນພ້ອມໃນແຕ່ລະຊັ້ນຮຽນ.

ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຍັງໃຫ້ຮູ້ຕື່ມອີກວ່າ ການຮຽນ-ການສອນອອນໄລ ສ່ວນຫຼາຍແມ່ນໄດ້ຮຽນແຕ່ໃນເທດສະບານເມືອງເທົ່ານັ້ນ, ຍັງມີນ້ອງນັກຮຽນຈໍານວນໜຶ່ງ ທີ່ຢູ່ນອກເທດສະບານເມືອງ ທີ່ຍັງບໍ່ທັນໄດ້ເຂົ້າຮ່ວມໃນການຮຽນ-ການສອນ ເນື່ອງຈາກວ່າຂາດຫຼາຍປັດໃຈ ເປັນຕົ້ນ: ອຸປະກອນໄອທີ ທີ່ໃຊ້ສໍາລັບຮຽນ ແລະ ສັນຍານເນັດເປັນຕົ້ນ.

ພ້ອມນັ້ນ, ຍັງລາຍງາອາຍຸ 12-17 ປີ ທີ່ໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ເຫັນວ່າ ມີນ້ອງນັກຮຽນໃນແຕ່ລະເມືອງ ຕາມເກນາມເກນອາຍຸສ່ວນຫຼາຍແມ່ນໄດ້ຮັບວັກຊິນປ້ອງກັນເຊື້ອພະຍາດໂຄວິດ-19ມີຈໍານວນຫຼາຍແລ້ວ, ແຕ່ວ່າ ຍັງບໍ່ທັນໄດ້ຕົວເລກທີ່ຊັດເຈນເທື່ອ ເນື່ອງຈາກວ່າຕ້ອງໄດ້ເກັບກໍາຂໍ້ມູນນໍາສາທາຂອງແຕ່ລະເມືອງ ຈຶ່ງຈະໄດ້ຂໍ້ມູນທີ່ຊັດເຈນແລ້ວຈຶ່ງຈະລາຍງານໃຫ້ຂັ້ນເທີງຊາບ.

ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານຍັງໄດ້ເນັ້ນໜັກໃຫ້ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທັງ 7 ຕົວເມືອງ ສົມທົບກັນຄູ-ອາຈານພາຍໃນເມືອງຂອງຕົນ ໃຫ້ນັກຮຽນໃນເກນອາຍຸ 12-17 ປີທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ ຈະຕ້ອງໄດ້ຮັບຢາວັກຊິນຄົບຕາມຈໍານວນ, ຄູອາ-ຈານເອົາໃຈໃສ່ມາປະຈໍາການແຕ່ງບົດສອນ ແລະ ຖອດຖອນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຮຽນ-ການສອນແບບອອນໄລ, ໃຫ້ສືບຕໍ່ລະດົມຊຸມຊົນ ພໍ່-ແມ່ຜູ້ປົກຄອງຂອງນັກຮຽນ ໃຫ້ມີສ່ວນຮ່ວມໃນການໃຫ້ຄວາມຮູ້ທາງດ້ານການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ແລະ ປະກອບສ່ວນຊ່ວຍເຫຼືອວັດຖຸອຸປະກອນການປ້ອງກັນພະຍາດໂຄວິດ-19 ໃຫ້ລູກຫຼານ. ພ້ອມນັ້ນ ຍັງໃຫ້ພະນັກງານ, ຄູ-ອາຈານໃນຂະແໜງການສຶກສາຕ້ອງປະຕິບັດຕາມແຈ້ງການຂອງຄະນະສະເພາະກິດແຕ່ລະຂັ້ນທີ່ວາງອອກຢ່າງເຂັ້ມງວດ.

About admins16