ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄໍາໄຊ ລົງຕິດຕາມ, ຊຸກຍູ້ການຮຽນ-ການສອນ ຊັ້ນປະຖົມສຶກສາຢູ່ 7 ຕົວເມືອງໃນທົ່ວແຂວງ

ໃນວັນທີ 14 ມີນາ 2021 ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລົງຕິດຕາມ, ຊຸກຍູ້ການຮຽນ-ການສອນຊັ້ນປະຖົມສຶກສາ ເຊິ່ງນໍາພາໂດຍ ທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ-ຮອງຂະແໜງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນການຕິດຕາມ, ຊຸກຍູ້ການຮຽນ-ການສອນຊັ້ນປະຖົມສຶກສາຄັ້ງນີ້ ໄດ້ແບ່ງອອກເປັນ 4 ທີມ ແຕ່ລະທີມແມ່ນມີຫົວໜ້າ ແລະ ຄະນະພະແນກເປັນຜູ້ນໍາພາ, ໃນການລົງຄັ້ງນີ້ ຍັງໄດ້ຮັບຟັງການລາຍງານ ຂອງທ່ານຮອງເຈົ້າເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທັງ 7 ຕົວເມືອງ ຕໍ່ກັບປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນວຽກວຽກງານການສຶກສາໄລຍະຜ່ານມາ ຂອງແຕ່ລະເມືອງ ພ້ອມນີ້ ຍັງໄດ້ມອບຄອມພິວເຕີຕັ້ງໂຕະຈໍານວນ 4 ຊຸດໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ ເພື່ອນໍາໃຊ້ເຂົ້າໃນວຽກງານການສຶກສາ, ຄອມພິວເຕີທີ່ນໍາມາມອບໃນຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກອົງການວັດທະນະທໍາອາຊີ ແລະ ການພັດທະນາ ( AICD).

ຈຸດປະສົງຂອງການລົງຕິດຕາມ, ຊຸກຍູ້ການຮຽນ-ການສອນ ຊັ້ນປະຖົມສຶກສາໃນຄັ້ງນີ້ ກໍ່ເພື່ອຕິດຕາມຊຸກຍູ້ຊ່ວຍເຫຼືອຄູສອນຢູ່ໂຮງຮຽນເປົ້າໝາຍປະຖົມສຶກສາຂອງທຸກໆເມືອງ, ເພື່ອເກັບກຳຂໍ້ມູນຜົນການປະຕິບັດວຽກງານການຈັດການຮຽນ-ການສອນໄດ້ຢ່າງຊັດເຈນ, ເພື່ອໃຫ້ຄູສອນເຂົ້າໃຈ ແລະ ສາມາດເຄື່ອນໄຫວວຽກງານ ການຈັດການຮຽນ-ການສອນໄດ້ດີຂື້ນ, ເພື່ອຕິດຕາມນັກຮຽນທີ່ອ່ານພາສາລາວບໍ່ໄດ້, ຂຽນບໍ່ເປັນ ແລະ ແກ້ເລກບໍ່ໄດ້ ໂດຍສະເພາະແມ່ນແນໃສ່ທົດສອບນັກຮຽນຊັ້ນປ3-ປ5ໃນວິຊາພາສາລາວ,ຄະນິດສາດ, ພາລະ-ສິລະປະ ແລະ ຫັດຖະກຳ-ສິລະປະກຳ ເປັນຕົ້ນ.

ພາຍຫຼັງທີ່ສໍາເລັດການລົງຕິດຕາມ, ຊຸກຍູ້ການຮຽນ-ການສອນ ຊັ້ນປະຖົມສຶກສາທົ່ວແຂວງບໍລິຄໍາໄຊໃນຄັ້ງນີ້ ຈະເຮັດໃຫ້ຄະນະບໍລິຫານການສຶກສາຂັ້ນແຂວງ, ເມືອງ, ຄະນະພັດທະນາການສຶກສາຂັ້ນບ້ານ, ຜູ້ອຳນວຍການໂຮງຮຽນ, ຄູສອນ ແລະ ນັກຮຽນເອົາໃຈໃສ່ເຮັດໜ້າທີ່ຂອງຕົນດີຂຶ້ນເທື່ອລະກ້າວ ແລະ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ທັງໄດ້ຮັບຂໍ້ມູນ ແລະ ຮັບຮູ້ສະພາບຕ່າງໆ ຂອງເມືອງ ແລະ ໂຮງຮຽນຕາມຄວາມເປັນຈິງ, ຮັບຮູ້ຈຳນວນນັກຮຽນ ທີ່ອ່ານພາສາລາວບໍ່ໄດ້, ຂຽນບໍ່ເປັນ ແລະ ແກ້ເລກບໍ່ໄດ້ ແລະ ຮັບຮູ້ການຈັດຕັ້ງປະຕິບັດການຮຽນ-ການສອນຕົວຈິງ ຂອງຄູ-ອາຈານອີກດ້ວຍ. ການລົງຕິດຕາມໃນຄັ້ງນີ້ ແມ່ນດໍາເນີນຮອດວັນທີ 20 ມີນາ 2021.

About admins16