ພະແນກສາທາລະນະສຸກແຂວງ ຫວນຄືນມູນເຊື້ອວັນກຳມະກອນສາກົນ ຄົບຮອບ 136 ປີ

ໃນຕອນບ່າຍຂອງວັນທີ 23 ພຶດສະພາ 2022 ຢູ່ຫ້ອງປະຊຸມຂອງພະແນກສາທາລະນະສຸກ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ 136 ປີ ( 1 ພຶດສະພາ 1886 – 1 ພຶດສະພາ 2022) ຂຶ້ນ ໃຫ້ກຽດເປັນປະທານ ແລະ ເລົ່າຄືນໂດຍ ທ່ານ ຈັນທອນ ຄູຫາເທບ ແລະ ທ່ານ ດຣ ຟອງສາລີ ຫຼວງມີໄຊ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີສະມາຊິກກຳມະບານ, ສະມາຊິກແມ່ຍິງພາຍໃນຮາກຖານ ພ້ອມດ້ວຍພະນັກງານລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມຮັບຟັງ.

ໃນສັດຕະວັດທີ XVII ຫາຕົ້ນສັດຕະວັດ XIX ຫຼາຍປະເທດໃນທະວີບເອີລົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂື້ນແທນ, ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ເຮັດວຽກໜັກ ໂດຍບໍ່ມີເວລາພັກຜ່ອນ ມື້ໜຶ່ງເຮັດວຽກ 14 – 15 ຊົ່ວໂມງ ແຕ່ຄ່າແຮງງານພັດຕ່ຳ, ບໍ່ເອົາໃຈໃສ່ກ່ຽວກັບສຸຂະພາບ ແລະ ສະຫວັດດີການ – ສັງຄົມ.

ດ້ວຍສະພາບການດັ່ງກ່າວ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ຈຳເປັນຕ້ອງລຸກຮື້ຂື້ນສູ້ກັບຊົນຊັ້ນນາຍທຶນຢູ່ຫຼາຍປະເທດ, ຂະບວນຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດ ໃນປີ 1764 ແລະ ຢູ່ເມືອງຊິກາໂກ ຂອງປະເທດອາເມລິກາ, ມາຮອດວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດໃນປະເທດອາເມລິກາ ຢູ່ຕົວເມືອງຊິກາໂກ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ສົມທົບກັບເນື້ອໃນຖະແຫຼງການ ຮຽກຮ້ອງໃຫ້ນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ ຕໍ່ໄປນີ້ບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮ່ຳຮຽນ”, ໃນມື້ນັ້ນ ໄດ້ມີກຳມະກອນນັດຢຸດງານເຖິງ 5 ພັນແຫ່ງ ໃນບັນດາຕົວເມືອງໃຫຍ່ຂອງອາເມລິກາ, ມີຜູ້ເຂົ້າຮ່ວມ 3 ແສນ 4 ໝື່ນຄົນ.

ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກຳມະກອນຢູ່ທະວີບເອີລົບ ແລະ ທະວີບອາເມລິກາ ເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໂລກ ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ.

ມາຮອດວັນທີ 14 ກໍລະກົດ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ, ມີຜູ້ແທນເຂົ້າຮ່ວມ 393 ຄົນ ມາຈາກ 22 ປະເທດເອີຣົບ, ອາເມລິກາ ແລະ ອາກຊັງຕິງ, ທີ່ປະຊຸມໄດ້ຜ່ານໂຄງການດໍາເນີນງານສໍາຄັນ ຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນ “ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ”. ແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນທົ່ວໂລກ.

ພ້ອມນີ້ ຍັງໄດ້ເຊື່ອມຊຶມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 242/ຄລສພ ລົງວັນທີ 10 ທັນວາ 2021 ວ່າດ້ວຍການຮັບຮອງເອົາຄະນະເລຂາທິການສູນກາງສະຫະພັນແມ່ຍິງລາວ ສະໄໝທີ 8 ຈຳນວນ 63 ສະຫາຍ ແລະ ຮັບຮອງເອົາສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ເປັນປະທານ, ສະຫາຍ ນາງ ສີລິກິດ ບຸບຜາ, ສະຫາຍ ນາງ ທຳມາ ເພັດວິໄຊ, ສະຫາຍ ນາງ ຈັນໂສດາ ພອນທິບ ເປັນຮອງປະທານ ແລະ ສະຫາຍ ນາງ ລາວັນ ສຸດທິສານ ເປັນຮອງປະທານ ທັງເປັນຜູ້ກວດກາ, ຂໍ້ຕົກລົງຂອງສູນກາງສະຫະພັນແມ່ຍິງລາວ ເລກທີ 40/ສສຍລ ລົງວັນທີ 9 ກຸມພາ 2022 ວ່າດ້ວຍໜ້າທີ່, ສິດ ແລະ ແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ 8, ແຜນດຳເນີນງານຂອງສູນກາງສະຫະພັນແມ່ຍິງລາວ ສະໄໝທີ 8 ເລກທີ 13/ສສຍລ ລົງວັນທີ 13 ມັງກອນ 2022, ມະຕິກອງປະຊຸມວິສາມັນຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ 8.

ຈາກນັ້ນ ທ່ານ ຈັນທອນ ຄູຫາເທບ ຮອງຫົວໜ້າພະແນກສາທາແຂວງ ຍັງໄດ້ເປັນກຽດມອບໃບຢັ້ງຢືນ 3 ດີ ປະຈຳປີ 2021 ໃຫ້ສະຫະພັນແມ່ຍິງຮາກຖານພະແນກສາທາລະນະສຸກແຂວງ.

About admins16