ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ – ຄຳມ່ວນ ຖອດຖອນບົດຮຽນຮ່ວມກັນ

ກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນຮ່ວມກັນ ລະຫວ່າງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ນຳໂດຍທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ ພ້ອມດ້ວຍຄະນະ ແລະ ແຂວງຄຳມ່ວນ ນຳໂດຍທ່ານ ໄຊສົມບູນ ສຸວັນດາລາ ກຳມະການພັກແຂວງ, ຫົວໜ້າພະແນກ ຖວທ ແຂວງ ພ້ອມດ້ວຍຄະນະ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 18 – 19 ພຶດສະພາ 2022 ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ.

ກອງປະຊຸມ ໄດ້ຮັບຟັງການລາຍງານບາງວຽກງານທີ່ພົ້ນເດັ່ນ ຈາກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ເປັນຕົ້ນແມ່ນ ວຽກງານຄຸ້ມຄອງໂທລະໂຄ່ງ ເຊິ່ງມີທັງໝົດ 271 ບ້ານ ເທົ່າກັບ 95,42 % ຂອງຈຳນວນບ້ານທັງໝົດໃນທົ່ວແຂວງ ( 284 ບ້ານ ), ປັດຈຸບັນຍັງ 13 ບ້ານ ຍັງບໍ່ທັນມີລະບົບໂທລະໂຄ່ງ, ສາມາດສ້າງຄອບຄົວວັດທະນະທຳໄດ້ທັງຫມົດ 47.996 ຄອບຄົວ ເທົ່າກັບ 89,61% ຂອງຄອບຄົວທົ່ວແຂວງ (53.523 ຄອບຄົວ), ຮັບຮອງບ້ານວັດທະນະທຳໄດ້ 277 ບ້ານ ເທົ່າກັບ 97,53%, ໄລຍະ 12 ເດືອນຜ່ານມາ ມີນັກທ່ອງທ່ຽວພາຍໃນ 28.228 ເທື່ອຄົນ ແລະ ພາຍນອກເຂົ້າແຂວງ ( 2 ດ່ານ ) 51.351 ເທື່ອຄົນ ລວມທັງໝົດມີ 79.579 ເທື່ອຄົນ ເທົ່າກັບ 75,78 %.

ຈາກນັ້ນ ທັງສອງຝ່າຍກໍ່ໄດ້ແລກປ່ຽນບົດຮຽນທາງດ້ານວິຊາການຮ່ວມກັນ ໂດຍສະເພາະວຽກງານບໍລິຫານ ແລະ ດ້ານການທ່ອງທ່ຽວ ເປັນຕົ້ນແມ່ນການບໍລິການເອກະສານຜ່ານປະຕູດຽວ, ການຈັດເກັບລາຍຮັບວິຊາການ, ການປັບປຸງລະບົບກົງຈັກການຈັດຕັ້ງ, ການເປີດຕ້ອນຮັບນັກທ່ອງທ່ຽວ, ການໂຄສະນາດືງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາບໍລິການບັນດາທຸລະກິດ ການທ່ອງທ່ຽວໃຫ້ຫຼາຍຂື້ນ ແລະ ວຽກງານອື່ນໆ.

About admins16